ປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະຢູ່ແຂວງຮ່ານາມ

ປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະຢູ່ແຂວງຮ່ານາມ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມສູນ​ເບິ່ງ​ແຍງ​ດູ​ແລ​ທະ​ຫານ​ເສຍອົງການ, ທະຫານ​ເຈັບ​ປວຍໜັກ ​ເມືອງ ກິມບາງ

(vovworld) –  ​ເນື່ອງ​ໃນ​ໂອ​ກາ​​ດສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງວັນ​ທະຫານ​ເສ​ຍອົງຄະ, ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2016), ວັນ​ທີ 26/7, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ​ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ​້​ບັນດາ​ທະຫານ​ເສ​ຍອ​ົງຄະ, ທະ​ຫານ​ເຈັບ​ປວຍ ພວມ​ໄດ້​ຮັບ​ການ​ປິນປົວ​ຢູ່​ສູນ​ເບິ່ງ​ແຍງ​ດູ​ແລ​ທະ​ຫານ​ເສຍອົງຄະ, ທະຫານ​ເຈັບ​ປວຍໜັກ ຢູຍຕຽນ, ​ສູນ​ເບິ່ງ​ແຍງ​ດູ​ແລ​ທະ​ຫານ​ເສຍອົງການ, ທະຫານ​ເຈັບ​ປວຍໜັກ ​ເມືອງ ກິມບາງ ​ແລະ ສູນທະ​ຫານ​ເສຍອົງຄະຂອງ​ແຂວງ ຮ່າ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ວ່າ: 

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້ການ​ນຳ​ກະຊວງ​ແຮງ​ງານ, ທະຫານ​ເສ​ຍອົງການ ​ແລະ ສັງຄົມ, ການ​ນຳ​ແຂວງ ຮ່າ​ນາມ ​ແລະ ບັນດາ​ທ້ອງ​ຖິ່ນສືບ​ຕໍ່ຊີ້​ນຳ, ຜັນ​ຂະຫຍາຍ​ປະຕິບັດ​​ໃຫ້ນັບ​ມື້ນັບ​ດີ​ກ່ວາ​ເກົ່າ, ກໍ່ສ້າງ​ຫຼາຍ​ຂະ​ບວນການ​ແລ້ວ​ຕ້ອງ​ມີ​ຫຼາຍ​ຮູບ​ແບບ​ສະ​ແດງ​ນ້ຳ​ໃຈ​ຕອບ​ບຸນ​ແທນ​ຄຸນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ບັນດາ​ຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ​ອີກ. ພິ​ເສດ, ສຳ​ລັບ​ບັນດາ​ທະຫານ​ເສ​ຍອ​ົງຄະ, ທະຫານ​ເຈັບ​ປວຍ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​​ເອກະ​ພາບ ​ແລະ ​ໃນ​ພາ​ລະ​ກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ໃນ​ປະຈຸ​ບັນ.”


ຂ່າວ/ບົດ​ອື່ນ