ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມແລະອວຍພອນປີໃໝ່ຢູ່ກອງບັນຊາການທະຫານເຂດ 4

ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມແລະອວຍພອນປີໃໝ່ຢູ່ກອງບັນຊາການທະຫານເຂດ 4 - ảnh 1
(ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມແລະອວຍ
ພອນປີໃໝ່ຢູ່ກອງບັນຊາການທະຫານເຂດ 4)


(vovworld) - ຕອນ​ບ່າຍ​ວັນ​ທີ 15/1, ​ເມື່ອ​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ແຂວງ ​ເງ້ອານ, ທ່ານປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ​ໄດ້ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຢູ່​ກອງ​ບັນຊາ​ການ​ທະຫານ​ເຂດ 4. ນະ​ທີ່​ນີ້, ທ່ານປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ, ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 4 ຄວນ​ສືບ​ຕໍ່​ເພີ່ມ​ເຕີມ, ປັບປຸງ​ບັນດາ​ແບບ​ວິທີ​ສູ້​ຮົບ, ​ແຜນການ​ປ້ອງ​ກັນ​ໃຫ້​ເໝາະ​ສົມ​ກັບ​ການ​ພັດທະນາ​ຂອງ​ສະພາບ​ການ; ​ເປັນ​ເຈົ້າ​ການ​ສົມທົບ​ກັນ​ກໍ່ສ້າງ ​ແລະ ປັບປຸງ​ພື້ນຖານ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ປະ​ເທດ​ຢ່າງ​ໝັ້ນຄົງ, ທ່າ​ຮົບ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ປະ​ເທດຕິດ​ພັນ​ກັບ​ທ່າ​ຮົບ​ປະຊາຊົນປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ໝັ້​ນ​ຄົງໃນ​ທ້ອງ​ຖີ່​ນ, ​​ໃນ​ແຕ່ລະ​ທິດ​ຍຸດ​ທະ​ສາດ, ພ້ອມ​ກັນ​ນັ້ນ​ຕ້ອງ​ສືບ​ຕໍ່​ປັບປຸງ​ບັນດາ​ກົມ​ກອງ​ທະຫານ​ປະຈຳການ​ຕາມ​ແຜນ​ຈັດ​ຕັ້ງ​ຂອງກອງທັບ​ໃນ​ໄລຍະ​ສັນຕິພາບ, ຮັບປະກັນ​ລັກສະນະ​ກະທັດ​ລັດ, ​ເຂັ້ມ​ແຂງ, ​ເຄື່ອນ​ທີ່​ໄວ, ກຽມພ້ອມ​ສູ້​ຮົບ​ສູງ​ໃນ​ທຸກ​ສະພາບ​ການ. ທ່ານປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 4 ຈົ່ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ເພີ່ມ​ທະວີ​ການ​ປັບປຸງ​ສາຍ​ພົວພັນ​ສາມັກຄີ​ສະໜິດ​ຕິດ​ພັນ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ, ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​ດ້ານ​ການ​ເມືອງ​ຢູ່​ທ້ອງ​ຖີ່​ນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ກໍ່ສ້າງ​ທ່າ​ຮົບ​ປະຊາຊົນ ​ແລະ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ໝັ້ນຄົງ, ຄຽງ​ຂ້າງ​ງນັ້ນ ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ໜ້າ​ທີ່​ປັບປຸງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມຢ່າງ​ແໜ້ນ​ແຟ້ນ, ປະຕິບັດບັນດາ​ໂຄງການ​ເສດຖະກິດ - ປ້ອງ​ກັນຊາ​ດ​ໃນ​ທ້ອງ​ຖີ່​ນຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ປັບປຸງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ທະຫານ.
ຂ່າວ/ບົດ​ອື່ນ