ປະທານປະເທດເຈີນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ນິງບິ່ງ

ປະທານປະເທດເຈີນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ນິງບິ່ງ - ảnh 1
ທ່ານປະທານປະເທດເຈີນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ນິງບິ່ງ
(ພາບ: TTXVN)

(vovworld) - ​ ວັນ​ທີ 03/04, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ​້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ພະ​ນັກ​ງານ​ຫຼັ​ກ​ແຫຼ່ງ​ແຂວງ​ນິງ​ບິ່ງ. ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້, ທ່ານ​ປະ​ທານ​ປະ​ເທດ ເຈ​ີນ​ດ້າຍກວາງ ຖື​ວ່າ, ນີ້​ແມ່ນ​ຄວາມ​ເປັນ​ກຽດ​ທີີ່ຍິ່ງ​ໃຫຍ່, ແຕ່ກ​ໍ​ແມ່ນ​ໜ້າ​ທີ່​ໜັກ​ໜ່ວງ​ທີ່​ສຸດ. ​ອາ​ລົ​ມ​ຈິດ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວ​ມ, ຂອງ​ກອງ​ທັບ ແລະ ປະ​ຊາ​ຊົນ​ແຂວງ​ນິງ​ບິ່ງ ເວົ້າ​ສະ​ເພາະ, ທີ່​ສະ​ຫງວນ​ໃຫ້​ທ່ານ​ປະ​ທານ​ປະ​ເທດ ແມ່ນ​ກຳ​ລັງ​ໜູນ​ອັນ​ໃຫຍ່​ຫຼ​ວງ​ເພື່ອ​ໃຫ້​ປະ​ທານ​ປະ​ເທດ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່ ​ຄວາມ​ຮັບ​ຜິ​ດ​ຊອບທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ. ຜ່ານນີ້, ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ, ທະ​ຫານ ແລະ ປະ​ຊາ​ຊົນ​ແຂວງ​ນິງ​ບິ່ງ ຈະ​ສືບ​ຕໍ່​ເສີມ​ຂະ​ຫ​ຍາຍ​ມູນ​ເຊື້ອ​​ຂອງເຂດ​ດິນ​​ແດນທີ່ສັກ​ກະ​ລະ​ບູ​ຊາ, ມ​ີ​ຄວາມ​ເກັ່ງ​ກ້າ, ເ​ສີມ​ຂ​ະ​ຫຍາຍ​ບັນ​ດາ​ທ່າ​ແຮງ, ນ້ຳ​ໃຈ​ສາ​ມັກ​ຄີ​ເພື່ອ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ​ນິງ​ບິ່ງ ໃຫ້​ນ​ັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ​.

ຂ່າວ/ບົດ​ອື່ນ