ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພີທີສະເຫຼີມສະຫຼອງ50ປີແຫ່ງວັນມູນເຊື້ອວິທະຍາຄານເຕັກນິກການທະຫານ

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພີທີສະເຫຼີມສະຫຼອງ50ປີແຫ່ງວັນມູນເຊື້ອວິທະຍາຄານເຕັກນິກການທະຫານ - ảnh 1
​(ທ່ານປະທານປະເທດເຈີນດ້າຍກວາງເຂົ້າກ່າວ​ຄຳ​ເຫັນ​ທີ່ພີທີສະເຫຼີມສະຫຼອງ50ປີແຫ່ງວັນມູນເຊື້ອວິທະຍາຄານເຕັກນິກການທະຫານ)

(vovworld) - ​​​ ຕອນ​ເຊົ້າ​ວັ​ນ​ທີ 28/10, ຢູ່​ຮ່າ​ໂນ້ຍ, ວິ​ທະ​ຍາ​ຄານ​ເຕັກ​ນິ​ກ​ການ​ທະ​ຫານ ໄດ້​ຈັດຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ມູນ​ເຊື້ອ (28/10/1966 – 28/10/2016) ແລະ ​ຕ້ອນ​ຮັບ​ຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ 2. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຊີ້​ແຈ້ງວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ສະ​ພາບ​ການ​ໃນ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າ​ງ​ສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ລວງ​ໜ້າ, ຮຽກ​ຮ້ອງ​ໃຫ້ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ເວົ້າ​ລວມ, ວິ​ທະ​ຍາ​ຄານ​ເຕັກ​ນິ​ກ​ການ​ທະ​ຫານ ເວົ້າ​ສະ​ເພາະ ສືບ​ຕໍ່​ປ່ຽນ​ໃໝ່, ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ແກ່ນ​ສານ​ໃນ​ພາ​ລະ​ກິດ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ​, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຫວຽດ​ນາມ ສັງ​ຄົມ​ນິ​ຍົມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ.

        “ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແມ່ນ​ໜ້າ​ທີ່​ມີ​ຄວາມ​ໝາຍ​ຕັດ​ສິນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ, ບ​ຳ​ລຸງ​ສ້າງ, ລະ​ດັບ​ຄວາມ​ຮູ້​ຂອງ​ຖັນ​ແຖ​ວ​ພະ​ນັກ​ງານ, ຄູ​ອາ​ຈານ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຫັນ​ກອງ​ທັບ​ເປັນ​ທັນ​ສະ​ໄໝ, ເຊື່ອມ​ໂຍງ, ເປີດວ້າງ​ການ​ຮ່ວມ​ມື​ສາ​ກົນ. ສະ​ນັ້ນ, ຕ້ອງ​ຍູ້​ແຮງ​ການ​ຄົ້ນ​ຄວ້​າ​ວິ​ທະ​ຍາ​ສາດ, ຕິດ​ພັນ ແລະ ປະ​ຕິ​​ບັດບັນ​ດາ​​ເນື້ອ​ໃນ​ໜ້າ​ທີ່​ຂອງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດ​​ການທະ​ຫານ ແລະ ປ້ອງ​ກັ​ນ​ຊາດ​ຮອດ​ປີ 2020, ​ສຸມ​ໃສ່​ເຂົ້າ​ບັນ​ດາ​ທິດ​ທາງ​ຫັນ​ກອງ​ທັບ​ເປັນ​ທັນ​ສະ​ໄໝ…”

        ໂດຍ​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ, ລັດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ມອບ​ຫຼຽນ​ໄຊ​ເອ​ກະລາດ​ຊັ້ນ 2 ໃຫ້ວິ​ທະ​ຍາ​ຄານ​ເຕັກ​ນິ​ກ​ການ​ທະ​ຫານ.

ຂ່າວ/ບົດ​ອື່ນ