ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ

ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ - ảnh 1
ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລສັບ​ພະ​ວິ​ຊາ ​ຮ່າ​ໂນ້ຍ ໃນ​ຕອນ​ເຊົ້າ​ວັນ​ທີ 15/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຍ້ອງ​ຍໍ​ຊົ​ມ​ເຊີຍ​ບັນ​ດາ​ຜົນ​ງານ, ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂ​ອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ ສຳ​ລັບ​ພາ​ລະ​ກິດ​ສຶກ​ສາ - ບຳ​ລຸງ​ສ້າງ, ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ໂຮງ​ຮຽນ​ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ຜົນ​ສະ​ທ້ອນ​ຕັ້ງ​ໜ້າ, ມີ​ການ​ກະ​ທົບ​ຢ່າງ​ເລິ​ກ​ເຊິ່ງ​ເຖິງ​ທົ່ວ​ລະ​ບົບ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ວ່າ ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ບາງ​ເນື້ອ​ໃນ​ຈຸດ​ສຸ​ມ​ຄື: ປ່ຽນ​ໃໝ່​ຮູບ​ແບບ​ບໍ​ລິ​ຫານ​ຕາມ​ຮູບ​ແບບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ກ້າວ​ໜ້າ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ, ຍູ້​ແຮງວຽກ​ງານ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລຢ​ີ, ຕິດ​ຕາມ​ການ​ກຳ​ນົດ​ທິດ​ຍຸດ​ທະ​ຍາດ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລຢ​ີ…

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ມອບຫຼຽນ​ໄຊ ໂຮ່​ຈີ​ມິນ ໃຫ້​ແກ່​ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ