ປະທານປະເທດເຈີນດ້າຍກວາງເຈລະຈາກັບປະທານາທິບໍດີອີຕາລີ

ປະທານປະເທດເຈີນດ້າຍກວາງເຈລະຈາກັບປະທານາທິບໍດີອີຕາລີ - ảnh 1
(ການ​ນຳ 2 ທ່ານໄດ້​ກ່າວ​ຄຳ​ເຫັນ​​ຕໍ່​ສື່​ສວນ​ຊົນ
​ກ່ຽວ​ກັບ​ໝາກ​ຜົນ​ການ​ແລກ​ປ່ຽນ)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອີ​ຕາ​ລີ Sergio Mattarella, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ໂຣ​ມ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດສ.ອີ​ຕາ​ລີ ໃນ​ລະ​ຫວ່າງວັນ​ທີ 21 – 24/11. ຕອນ​ບ່າຍ​ວັນ​ທີ 22/11 (ຕາມ​ເວ​ລາ​ຫວຽດ​ນາມ), ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Sergio Mattarella ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ​ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນ​ະ​ຜູ້​ແທນ ແລະ ການ​ພົບ​ປະ​ທຸກ​ຂັ້ນ, ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ສູງ; ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ກວມ​ລວ​ມຂອງ​ແຜນ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ໄລ​ຍະ 2017 – 2018, ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ຖືນີ້​ແມ່ນ​ພື້ນ​ຖານ​ການ​ເມືອງ​ສຳ​ຄັນ​ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເຂົ້າ​ສູ່​​ເນື້ອ​ແທ້. 2 ຝ່າຍ​ກໍ​ເຫັນ​ດີ​ສ້າງ​ການ​ກຳ​ນົດ​ທິດ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມືພັດ​ທະ​ນາ ​ໃຫ້ເໝາະ​ສ​ົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ, ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ ບຳ​ລຸງ​ສ້າງ​ວິ​ຊາຊ​ີບ, ສິ່ງ​ແວ​ດ​ລ້ອມ, ເຫັນ​ດີ​​ເປັນ​ເອ​ກະ​ພາບ​ຮັກ​ສາ​ການຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ວັ​ດ​ທະ​ນະ​ທຳ, ການ​ສຶກ​ສາ, ບຳ​ລຸງ​ສ້າງ, ການ​ທ່ອງ​ທ່ຽວ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ… ການ​ນຳ 2 ທ່ານ​ຊີ້​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ບິນ; ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ ບັນ​ດາ​ການ​ຂັດ​ແຍ່ງ​​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ; ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາ​ດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​​ຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ສ້າງກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ, ຮັບ​ປະ​ກັນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​​ຕາມ​ເສັ້ນ​ທາງ​ແລກ​ປ່ຽນ​ການ​ຄ້າ​ສຳ​ຄັນ​ນີ້​ຂອງ​ໂລກ.

ພາຍ​ຫຼັງ​ການ​ເຈ​ລະ​ຈາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອີ​ຕາ​ລີ Sergio Mattarella ແລະ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ກ່າວ​ຄຳ​ເຫັນ​​ຕໍ່​ສື່​ສວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ການ​ແລກ​ປ່ຽນ ກໍ​ຄື​ທິດ​ທາງ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Sergio Mattarella ຢືນ​ຢັນ​ວ່າ, ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ຮັບ​ຮອ​ງ​ເອົາອີກ​ເທື່ອ​ໜຶ່ງ​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ - ອີ​ຕາ​ລີ ທີ່​ພວມ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ. ສ່ວນ​ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ.

“ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ກ​ໍ​ຖື​​ເປັນ​ສຳ​ຄັນການ​ພັດ​ທະ​ນາ, ນຳ​ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອີ​ຕາ​ລີ ​ເຂົ້າ​ສູ່​ລວງ​ເລິກ ແລະ ມ​ີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຄື: ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ການເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ; ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເຄື່ອນ​ໄຫວ​ກະ​ທຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ… ທີ່​ໄດ້​ລົງ​ນາມ​ໃນ​ໂອ​ກາດນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ”.

ທ່ານ​ປະ​ທານ​ປະ​ເທດ ໃຫ້​ຮູ້​ວ່າ, 2 ຝ່າຍ​ເຫັນ​ດີ​​ຍູ້​ວົງ​ເງິນ​ການ​ຄ້າ 2 ສົ້ນໃຫ້​ບັນ​ລຸ 6 ຕື້ USD ໃນ​ໄລ​ຍະ 2017 – 2018.

​ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກ​ວາງ ໄດ້​ມີ​ການ​ພົບ​ປະ​ເຈ​ລ​ະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ​ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ