ປະທານປະເທດເຈີນດ້າຍກວາງເຈລະຈາກັບເລຂາທິການໃຫຍ່,ປະທານປະເທດຈີນ

(VOVWORLD)-ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສປ.ຈີນ ສີຈີ້ນຜິງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ເຈີນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ຢ້ຽມຢາມທາງລັດຖະກິດເຖິງຈີນ ຢ່າງເປັນທາງການ ໃນຕອນບ່າຍວັນທີ 11 ພຶດສະພາ, ຢູ່ນະຄອນຫຼວງປັກກິງ. 
ປະທານປະເທດເຈີນດ້າຍກວາງເຈລະຈາກັບເລຂາທິການໃຫຍ່,ປະທານປະເທດຈີນ - ảnh 1 (ທ່ານປະທານປະເທດເຈີນດ້າຍກວາງ ແລະ ເລຂາທິການໃຫຍ່,ປະທານປະເທດຈີນ)

ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ.

        “ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະ ປະຊາຊົນສປ.ຈີນ ບັນລຸໄດ້ໃນພາລະກິດປະຕິຮູບຢ່າງເລິກເຊິ່ງຮອບດ້ານໃນໄລຍະຜ່ານມາ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຈີນ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເປັນແກ່ນສານ, ພັກ, ລັດ ແລະ ປະຊາຊົນຈີນ ສືບຕໍ່ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງກວ່າອີກ ໃນພາລະກິດສ້າງສາປະເທດຈີນ ສັງຄົມນິຍົມທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ມີຄວາມກົມກຽວ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ”.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເນັ້ນໜັກວ່າ, ນີ້ແມ່ນຄັ້ງທຳອິດທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢ້ຽມຢາມຈີນ ພາຍຫຼັງຮັບດຳລົງຕຳແໜ່ງ, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເຈີນດ້າຍກວາງ ຈະສ້າງກຳລັງໜູນໃໝ່ໃຫ້ການພັດທະນາຂອງການພົວພັນຈີນ - ຫວຽດນາມ ໃນຍຸກສະໄໝໃໝ່.

ທີ່ການເຈລະຈາ, ສອງຝ່າຍເຫັນດີສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງລະຫວ່າງການນຳສອງພັກ, ສອງລັດເປັນປະຈຳ, ຈັດຕັ້ງການພົບປະຜູ້ຕາງຫນ້າສອງກົມການເມືອງເປັນຢ່າງດີ, ຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງພັກໄລຍະ 2016-2020 ຢ່າງມີປະສິດທິຜົນ, ສືບຕໍ່ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພັກຂອງທ້ອງຖິ່ນ, ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນ, ທຸກຂັ້ນຂອງຫວຽດນາມ ແລະ ຈີນ. ການນຳສອງທ່ານເຫັນດີ ຊຸກຍູ້, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືດ້ານເສດຖະກິດ ແລະບັນດາຂົງເຂດອື່ນ. ກ່ຽວກັບບັນຫາບົນທະເລ, ທ່ານປະທານປະເທດເຈີນດ້າຍກວາງ ຢືນຢັນ ຫລັກໝັ້ນສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຢືດໝັ້ນແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ເຄົາລົບວິວັດການທາງການທູດ ແລະ ນິຕິທຳ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ສອງຝ່າຍປະຕິບັດຄວາມຮັບຮູ້ລວມ, ບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາທີ່ໄດ້ລົງນາມຢ່າງເຂັ້ມງວດ, ປະຕິບັດຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສູ້ຊົນພ້ອມກັບ ອາຊຽນ ສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປີ 2017. ສິ້ນສຸດການເຈລະຈາ, ການນຳທັງສອງທ່ານພ້ອມກັນເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືສຳຄັນລະຫວ່າງສອງປະເທດ. ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ເປັນເຈົ້າພາບງານລ້ຽງ ຂ່ຳນັບຮັບຕ້ອນປະທານປະເທດເຈີນດ້າຍກວາງ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມຢ້ຽມຢາມທາງລັດຖະກິດຈີນ. 

ຕອບກັບ

ຂ່າວ/ບົດ​ອື່ນ