ປະທານປະເທດເຈີ່ນດ້າຍກວາງເປັນປະທານກອງປະຊຸມເຈລະຈາຂັ້ນສູງ APEC – ASEAN ບໍ່ເປັນທາງການ

(VOVWORLD) -ຕອນບ່າຍວັນທີ 10 ພະຈິກ, ຢູ່ນະຄອນດ່ານັງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນປະທານກອງປະຊຸມເຈລະຈາຂັ້ນສູງບໍ່ເປັນທາງການລະຫວ່າງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ASEAN.

ປະທານປະເທດເຈີ່ນດ້າຍກວາງເປັນປະທານກອງປະຊຸມເຈລະຈາຂັ້ນສູງ APEC – ASEAN ບໍ່ເປັນທາງການ - ảnh 1 ກອງປະຊຸມເຈລະຈາຂັ້ນສູງ APEC – ASEAN ບໍ່ເປັນທາງການ

(ພາບ: TTXVN)

ກ່າວຄຳເຫັນເປີດກອງປະຊຸມເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: APEC ແລະ ASEAN ລ້ວນແຕ່ແມ່ນສອງກົນໄກເຊື່ອມໂຍງເຂົ້າກັບພາກພື້ນປະສົບຜົນສຳເລັດ, ຍາມໃດກໍ່ນຳໜ້າໃນການຊຸກຍູ້ການເຕີບໂຕ ແລະ ຮ່ວມສຳພັນເສດຖະກິດພາກພື້ນ. ທ່ານປະທານປະເທດ ຖືວ່າ, ການເຈລະຈາແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາການນຳແບ່ງປັນວິໄສທັດ ແລະ ກຳນົດທິດໃຫ້ການຮ່ວມມື APEC – ASEAN, ພິເສດແມ່ນເຮັດແນວໃດເພື່ອໃຫ້ສອງເວທີປາໄສສາມາດເພີ່ມເຕີ່ມເຊິ່ງກັນ ແລະ ກັນໃນການຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍລວມກ່ຽວກັບການຮ່ວມສຳພັນ, ການເຊື່ອມຕໍ່ເສດຖະກິດ ແລະ ພ້ອມກັນປັບປຸງໂຄງປະກອບເສດຖະກິດພາກພື້ນໃຫ້ຍືນຍົງ, ຜ່ານນັ້ນສ້າງກຳລັງໜູນໃໝ່ໃຫ້ ອາຊີ - ປາຊີຟິກ ເຊື່ອມຕໍ່ຢ່າງຮອບດ້ານ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ຄວາມຂະຫຍັນຂັນເຄື່ອນ, ຄວາມສະໜິດສະໜົມ ແລະ ຄວາມວັດທະນາຖາວອນ.

        ບັນດາການນຳເສດຖະກິດ APEC ພ້ອມດ້ວຍບັນດາການນຳ ASEAN ຖືວ່າ ຄວນຍູ້ແຮງການສົມທົບກັນລະຫວ່າງສອງກົນໄກໃນຄວາມມານະພະຍາຍາມສ້າງໂຄງປະກອບເສດຖະກິດພາກພື້ນໃຫ້ຍືນຍົງ, ກະຈ່າງແຈ້ງ, ມີຄວາມສາມາດໃນການຮັບມືສູງ; ຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມສຳພັນເສດຖະກິດປະກອບສ່ວນຫັນປະຊາຄົມ ອາຊີ - ປາຊີຟິກ ຮ່ວມສຳພັນຮອບດ້ານໃຫ້ປະກົດຜົນເປັນຈິງ.

ນີ້ແມ່ນການເຈລະຈາຄັ້ງປະຖົມມະເລີກລະຫວ່າງ APEC ແລະ ASEAN, ໄດ້ຈັດຕັ້ງຕາມຂໍ້ລິເລີ່ມຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ