ປະທານປະເທດເຈິນດ້າຍກວາງເຮັດວຽກກັບສະຫະພັນໃຫຍ່ແຮງງານຫວຽດນາມ


ປະທານປະເທດເຈິນດ້າຍກວາງເຮັດວຽກກັບສະຫະພັນໃຫຍ່ແຮງງານຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງ ໄດ້​ເຮັດ​ວຽກ​ກັບ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ

(vovworld)- ຕອນ​ເຊົ້າ​ວັນ​ທີ 24/9, ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງ ໄດ້​ເຮັດ​ວຽກ​ກັບ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ​ກ່ຽວ​ກັບ​ໝາກ​ຜົນ​ຂະ​ບວນ​ການ​ກຳ​ມະ​ກອນ, ການ​ເຄື່ອນ​ໄຫວ​ກຳ​ມະ​ບານ ແລະ ແຜນ​ແມ່​ບົດ​ປ່ຽນ​ໃໝ່​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ​ຫວຽດ​ນາມ. ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງໃຫ້​ຮູ້​ວ່າ ໄລ​ຍະ​ທີ່​ຈະ​ມາ​ເຖິງ, ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ນັບ​ມື້​ນັບ​ກ້​ວາງ​ເລິກ ດ້ວຍ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນສັນ​ຍາ​ໃນ​ປະ​ຊາ​ຄົມ​ອາ​ຊຽນ ແລະ ອົງ​ການ​ການ​ຄ້າ​ໂລກ, ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່ ຈະ​ສົ່ງ​ຜົນ​ກະ​ທົບ​ໃນຫຼາຍ​ດ້ານ, ໃນ​ນັ້ນ ມີ​ການ​ກະ​ທົບ​ເຖິງ​ແຮງ​ງານ ແລະ ກຳ​ມະ​ບານ. ທ່ານ​ປະ​ທານ​ປະ​ເທດ ເຈິນ​ດ້າຍກວາງ ສະ​ເໜີ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ສຸມ​ໃສ່​ໂຄ​ສະ​ນາ, ສຶກ​ສາ​ອົບ​ຮົມ, ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ອົງ​ການ​ກຳ​ມະ​ບານ, ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ, ວ່າ​ດ້ວຍ​ກຳ​ມະ​ບານ​ໃຫ້​ແກ່​ກຳ​ມະ​ກອນ, ລັດ​ຖະ​ກອນ, ຜູ້​ອອກ​ແຮງ​ງານ…
ຂ່າວ/ບົດ​ອື່ນ