ປະທານປະເທດເຈີ່ນດ້າຍກວາງເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ

ປະທານປະເທດເຈີ່ນດ້າຍກວາງເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ - ảnh 1
ທ່ານ ເຈີ່ນດ້າຍກວາງ ທີ່ການເຮັດວຽກ

(vovworld) –  ​ທີ່​ການ​ເຮັດ​ວຽກ​​ໃນ​ວັນ​ທີ 9/8, ທ່າ​ນປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ, ຫົວໜ້າຄະນະ​ຊີ້​ນຳ​ການປະຕິ​ຮູບ​ຕຸລາການ​ສູນ​ກາງ, ສະ​​ເໜີ​ຂະ​ແໜງ​​ໄອ​ຍະ​ການ​ປ່ຽນ​ໃໝ່​​ວຽກງານທຸກ​ດ້ານ, ຮັບ​ປະກັນ​ຄວາມ​ຍຸຕິ​ທຳ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ, ປະກອບສ່ວນ​ກໍ່ສ້າງ​ສັງຄົ​ມ​ໃຫ້​ມີ​ຄວາມລະບຽບ​ຮຽບຮ້ອຍ, ສີ​ວິ​ໄລ, ຍົກ​ສູງ​ຈິດ​ໃຈ “​ເຄົາລົບ​ກົດໝາຍ”. ກ່ຽວ​ກັບ​ໂຄງ​ປະກອບ​ກາ​ນຈັດ​ຕັ້ງ​ຂະ​ແໜງ​ໄອ​ຍະ​ການ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ຕ້ອງ​ສືບ​ຕໍ່​ປັບປຸງ​ການຈັດ​ຕັ້ງ​ກົງຈັກ​ຕາມ​ຂໍ​້ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​​ອົງການ​ໄອ​ຍະ​ການ​ປະຊາຊົນ​ປີ 2014, ປັບປຸງ​ແຜນ​ຮ່າງ​ຈັດ​ຕັ້ງ, ການ​ບັນຈຸ​ພະນັກງານ​ຂອງ​ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ​ຮອດ​ປີ 2020 ​ໃຫ້​ສຳ​ເລັດ​ໂດຍ​ໄວ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກົມ​ກາ​ນ​ເມື​ອງ​ໃຫ້​ຄຳ​ເຫັນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ:

        “ສຸມ​ໃສ່​ບຳລຸງ​ສ້າງ, ຝຶກ​ອົບຮົມ, ຍົກ​ສູງ​ລະດັບ​ການ​ເມ​ືອງ, ວິຊາ​ການ, ກົດໝາຍ, ພາສາຕ່າງປະ​ເທດ ​ແລະ ບັນດາ​ຄວາມ​ຮູ້​ກ່ຽວ​ກັບ​ດ້ານ​ເສດຖະກິດ, ວິທະຍາສາດ ​- ​ເຕັກ​ໂນ​ໂລ​ຢີ ທີ່​ຈຳ​ເປັນ​ອື່ນໆ​ອີກ. ສ້າງ​ຖັນ​ແຖວ​ພະນັກງານ, ນັກ​ໄອ​ຍະ​ການ​, ລັດຖະກອນ​ຂະ​ແໜງ​ໄອ​ຍະ​ການ​ປະຊາຊົນ​ໃຫ້​ມີ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ມີ​ຄວາມ​ເກັ່ງ​ກ​້າດ້ານ​ວິຊາ​ຊີບການ, ມີ​ຄວາມ​ຮູ້​ຮອບດ້ານກ່ຽວ​ກັບ​ກົດໝາຍ, ມີ​ຄຸນ​ນະ​ທາດ, ຄວາມ​ຮັບຜິດຊອບ. ປັບປຸງ​ແບບ​ແຜນການ​​ເຮັດ​ວຽກ, ​ເພີ່ມ​ທະວີ​ກົດວິ​ໄນ, ລະບຽບ​ວິ​ໄນ​ໃນ​ການ​ປະຕິບັດ​ວຽກ​ງານລັດຖະບານ”

                                                


ຂ່າວ/ບົດ​ອື່ນ