ປະທານປະເທດເຈີ່ນດ້າຍກວາງແລະພັນລະຍາຈະຢ້ຽມຢາມທາງລັດຖະກິດສ.ອີຕາລີ


(vovworld) – ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແຈ້ງ​ໃຫ້​ຊາບໃນ​ວັນ​ທີ 16/11 ວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ. ອີ​ຕາ​ລີ Sergio Mattarella, ສັນ​​ທະ​ປະ​ປາ Francis, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Madagascar Hery Rajaonarimampianina ແລະ ພັນ​ລະ​ຍາ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກ​ວາງ ແລະ ພັນ​ລະ​ຍາ ຈະ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສ. ອີ​ຕາ​ລີ ແຕ່​ວັນ​ທີ 21 – 24/11/2016, ຢ້ຽມ​ຢາມ ສຳ​ນັກ​ Vatican ໃນ​ວັນ​ທີ 23/11/2016 ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດພາ​ສາ ຝ​ຣັ່ງ ຄັ້ງ​ທີ 16 ຢູ່ Antananarivo, Madagascar ແຕ່​ວັນ​ທີ 26 – 27/11/2016. 


ຂ່າວ/ບົດ​ອື່ນ