ປະທານປະເທດເຈີນດ້າຍກາງປຸກລະດົມບຸນເຕັດປູກຕົ້ນໄມ້2017ຢູ່ກວາງນິງ

ປະທານປະເທດເຈີນດ້າຍກາງປຸກລະດົມບຸນເຕັດປູກຕົ້ນໄມ້2017ຢູ່ກວາງນິງ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ​ພິ​ທີປຸ​ກ​ລະ​ດົມ​ບຸ​ນ​ເຕັດ​ປ​ູກ​ຕົ້​ນ​ໄມ້)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 02/02, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ​ພິ​ທີປຸ​ກ​ລະ​ດົມ​ບຸ​ນ​ເຕັດ​ປ​ູກ​ຕົ້​ນ​ໄມ້ ແລະ ຕີ​ກອງ​ປຸ​ກ​ລະ​ດົມ “ບຸ​ນ​ເຕັດ​ປູກ​ຕົ້​ນ​ໄມ້​ຮ​້​ູ​ບຸນ​ຄຸນ​ຕໍ່ປະ​ທານ​ໂຮ່​ຈິ​ມິນ​ຕະ​ຫຼອດ​ໄປ” ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017 ຢູ່​ແຂວງກວາງ​ນິງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ: “ບຸ​ນ​ເຕັດ​ປ​ູກ​ຕົ້​ນ​ໄມ້” ໄດ​້​ກາຍ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ໃນ​ຍາ​ມ​ຕ້ອນ​ຮັບບຸນ​ເຕັດ. ທ່ານ​ປະ​ທານ​ປະ​ເທດ ໄດ້​ຮຽ​ກ​ຮ້ອງ​ໃຫ້​​ປະ​ຊາ​ຊົນ​ໃນ​ທົ່​ວ​ປະ​ເທດ​ຈົ່ງ​ຫ້າວ​ຫັນ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້, ປູກ​ປ່າ​ທີ່​ເໝາະ​ສ​ົມ​ກັບ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ເຂດ. ພ້ອມ​ທັງ, ຕ້ອງ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ພິດ​ຊອບ ແລະ ມີ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ, ແທດ​ຈິງ​ເພື່ອ​ປົກ​ປັກ​ຮັກ​ສາ​ປ່າ, ສະ​ກັດ​ກັ້ນ​ສະ​ພາບ​ຕັດ​ໄມ້​ທຳ​ລາຍ​ປ່າ​ຢ່າງ​ຜິດ​ກົດ​ໝາຍ. ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ, ດ້ວຍ​ບັນ​ຍາ​ກາດ​ໃໝ່, ຄວາມ​ຕັດ​ສິນ​ໃຈ​ໃໝ່, ແນ່ນອນ​ວ່າ “ບຸ​ນ​ເຕັດ​ປູກ​ຕົ້​ນ​ໄມ້​​ຮູ້​ບຸນ​ຄຸນ​ຕໍ່​ປະ​ທານ​ໂຮ່​ຈິ​ມິນ​ຕະ​ຫຼອດ​ໄປ” ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017 ຈະ​ບັນ​ລຸ​ໄດ້​​ຜົນ​ງານ​ອັນ​ດີ​ງາມ​ຫຼາຍ​ຢ່າງ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ເມື່ອ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ນັກ​ງານ, ກຳ​ມະ​ກອນ, ພາ​ລະ​ກອນ ແລະ ຄົນ​ງານ​ແຂວງ​ກວາງ​ນິງ ຍາມ​ຕົ້ນ​ປີ​ໃໝ່, ທ່ານ​ປະ​ທານ​ປະ​ເທດ ເຈ​ີ​ນ​ດ້າຍກວາງ ເນັ້​ນ​ໜັກ​ວ່າ.

        “ກວາງ​ນິງ ໄດ້​ນຳ​ໜ້າ​ໃນ​ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ, ມີ​​ຫຼາຍວິ​ທີ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ. ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄວນສືບ​ຕໍ່​ຊີ້​ນຳ​ນຳ​ພາ​ການກໍ່​ສ້າງ​ພັກ​ໃຫ້​ປອດ​ໄສ, ເຂັ້ມ​ແຂງ​ຢ່າງ​ແທ​້​ຈິງ, ຕິດ​ພັນ​ກັບ​ການ​ກໍ່ສ້າງ​ລະ​ບົບ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ສ້າງ​ສະ​ພາບ​ແວດ​ລ້ອມ​ຢ່າງ​ສະ​ດວກ​ສະ​ບາຍ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​​ທັງຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຄຸ້ມ​ຄອງ​ ດ້ານ​ເສດ​ຖະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ສ້າງ​ສະ​ພາບ​ແວ​ດ​ລ້ອມ​ທີ່​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແຂວງ”.

ຂ່າວ/ບົດ​ອື່ນ