ປະທານປະເທດເຈືອງ ເຕິນຊາງຕ້ອນຮັບ​ວິ​ສາ ​ຫະກິດ​ຕໍ່າ​ແຜ່ນ​ຕັດຫຍິບດີ​ເດັ່ນ

ປະທານປະເທດເຈືອງ ເຕິນຊາງຕ້ອນຮັບ​ວິ​ສາ ​ຫະກິດ​ຕໍ່າ​ແຜ່ນ​ຕັດຫຍິບດີ​ເດັ່ນ - ảnh 1

(ພາບ:TTXVN)

(vovworld)- ວັນ​ທີ 24 ມິ​ນາ, ຢູ່​ທີ່​ທຳນຽບປະທານ​ປະ​ເທດ, ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ​ນຊາງ ​ໄດ້ຕ້ອນຮັບ​ວິ​ສາ​ຫະກິດ​ຕໍ່າ​​ແຜ່ນ​ຕັດຫຍິບດີ​ເດັ່ນ ຈຳນວນ 50 ວິ​ສາ​ຫະກິດ, ຕາງໜ້າ​ໃຫ້​ກວ່າ 60.000 ວິ​ສາ​ຫະກິດ​ຕໍ່າ​ແຜ່ນ​ຕັດຫຍິບໃນ​ທົ່ວ​ປະ​ເທດ, ​ເຂົ້າ​ຮ່ວມພິທີ​ມອບ​ລາງວັນ​ໃຫ້​ວິ​ສາ​ຫະກິດ​ຕໍ່າ​ແຜ່ນຕັດຫຍິບ​ດີ​ເດັ່ນ ​ໂດຍ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ,ສະຫະສະມາຄົມ​ຕໍ່າ​ແຜ່ນ​ຕັດຫຍິບຫວຽດນາມຈັດ​ຕັ້ງຂຶ້ນ. ທ່ານປະທານ​ປະ​ເທດ​ ໃຫ້​ຮູ້​ວ່າ : ​ໃນ​ໄລຍະ​ຜ່ານ​ມາ, ລັດ​ໄດ້ມານະ​ພະຍາຍາມ​ເປີດ​ກວ້າງ​ຕະຫຼາດ​ຕໍ່າ​ແຜ່ນຕັດຫຍິບ, ​ເຂົ້າ​ຮ່ວມ​ການເຈລະຈາຢູ່​ບັນດາ​​ເວທີ​ປາ​ໄສ​ຈັດ​ຕັ້ງ​ກ່ຽວ​ກັບ​ ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​​ເຂດປາຊີ​ຟິກ (TPP),ສາທາລະນະ​ລັດ​ເກົາຫຼີ, ລັດ​ເຊຍ​,​ ເບ​ລາ​ລຸດ, ກາ​ຊັກ​ສະຖານ……..ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຍ້ອງຍໍ​ຊົມ​ເຊີຍບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ຕໍ່າ​ແຜ່ນຕັດຫຍິບ, ປະກອບສ່ວນ​​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ, ສົ່ງ​ອອກ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​​ແລະ​ໃສ່​ໃຈ​ວ່າ : ຂະ​ແໜງ​ຕໍ່າ​ແຜ່ນ​ຕັດຫຍິບ ຄວນຄົ້ນ​ຄວ້າ​ລະອຽດ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ,ຊອກ​ຫາ​ທ່າ​ໄດ້​ປຽບການ​ແກ່ງ​ ແຍ້​ງ​ ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ; ຍົກ​ສູງ​ຄຸນ​ນະພາ​ບ​ແຮງ​ງານ,​ ເພີ່ມ​ທະວີ​ອັດຕາ​ສ່ວນ​ພາຍ​ໃນ​ປະ​ເທດ,​ ເປັນ​ເຈົ້າ​ການ​ສະໜອງ​ວັດຖຸ​ດິບ​​ເຂົ້າ​ໃນ​ຂະ​ແໜງ​ຕໍ່າ​ແຜ່ນ. ປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ : ດ້ວຍທີ່​ຕັ້ງ​ພາລະ​ບົດບາ​ດສຳຄັນ,ຂະ​ແໜງ​ຕໍ່າ​ແຜ່ນ​ຈະ​ສືບ​ຕໍ່​ຍູ້​ແຮງ​ສ້າງ​ ເຄື່ອງໝາຍ​ການ​ຄ້າ​ຕໍ່າ​ແຜ່ນ​ຕັດຫຍິບຂອງສິນຄ້າ​ຫວຽດນາມ, ຍົກ​ສູງ​ ວົງ​ເງິນ​ສົ່ງ​ອອກຂຶ້ນ​ເຖິງ 25 ຕື້ ​ໂດ​ລາ​ສະຫະລັດ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ປະທານປະເທດເຈືອງ ເຕິນຊາງຕ້ອນຮັບ​ວິ​ສາ ​ຫະກິດ​ຕໍ່າ​ແຜ່ນ​ຕັດຫຍິບດີ​ເດັ່ນ - ảnh 2


ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ຢ້ຽມຢາມຕາ​ແສງ​ງີລຽນ

(ພາບ: Nguyễn Khang/TTXVN)

   ກ່ອນ​ໜ້ານັ້ນ,ຕອນ​ບ່າຍ​ວັນ​ທີ 23/3, ​ໃນ​ການຢ້ຽມຢາມ​​ ແລະ​ ເຮັດ​ວຽກຢູ່​ແຂວງ​ເງະ​ອານ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ​ໄດ້ຢ້ຽມຢາມ ​ແລະ ຊອກ​ຮູ້​ຕົວ​ຈິງ​ໂຄງການ​ກໍ່​ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ງີລຽນ, ຊື່​ງ​ແມ່ນໜຶ່ງ​ໃນ​ບັນດາ​ຕາ​ແສງ​ຈຸດ​ສຸມ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່​ຕັ້ງຢູ່​ທາງ​ທິດ​ເໜືອ​ນະຄອນ​ວິ​ງ-​ແຂວງ​ເງະ​ອານ.​​ ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ​ໄດ້ຮັບ​ຟັງ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ ​ແລະ ປຊຊ​ ​ໃນ​ຕາ​ແສງ ​ແລະ ຢັ້ງຢືນ​ວ່າ: ພັກ, ລັດ​ຈະ​ສືບ​ຕໍ່​ສຸມ​ໃສ່​ລົງທຶນ​​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ​ປາດ​ຖະໜາ​ວ່າ: ​ພອ້ມກັບງີລຽນ, ຕາ​ແສງ​ອື່ນໆ​​ໃນ​ແຂວງ​ເງະ​ອານ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍໝາກ​ຜົນ, ສ້າງ​ທ້ອງ​ຖິ່ນ​ກາຍ​ເປັນ​ບັນດ​າຕາ​ແສງ​ຕົວ​ແບບ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເມື່ອ​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ​ນັກຮົບ​ທະຫານ​ເຂດ 4, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ຂອງ​ ທະຫານ​ເຂດ 4 ​ໃນ​ການ​ປະ​ຕິບັດ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ​ຖື​ວ່າ: ​ເພື່ອ​ປະຕິບັດ​ໜ້າ​ທີ່​ຍຸດ​ທະ​ສາດ​ນີ້​ໃຫ້​ເປັນ​ຢ່າງ​ດີ​ກ່ວາ​ເກົ່າ, ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 4 ຕ້ອງ​ເປັນ​ເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຝຶກ​ອົບຮົມ, ກຽມພ້ອມ​ສູ້​ຮົບ ​ແລະ ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ກອງທັບ​ເປັນ​ຢ່າງ​ດີ.  

       

ຂ່າວ/ບົດ​ອື່ນ