ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແຂວງກວາງນາມ

ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແຂວງກວາງນາມ - ảnh 1

ອະນຸສາວະລີ​ແມ່​ຫວຽດນາມວິລະ​ຊົນ

(ພາບ: vov)

(vovworld)- ​ໃນການ​ໄປ​ປະຕິ​ບັດ​ງານ​ຢູ່​ບັນດາ​ແຂວງ​ພາກ​ກາງ, ຕອນ​ເຊົ້າ​ວັນ​ທີ 15/12, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ກວດກາ​ລະດັບ​ຄວາມ​ຄຶບໜ້າ​ໃນ​ການ​ປະຕິບັດ​ໂຄງການ​ອະນຸສາວະລີ​ແມ່​ຫວຽດນາມ ວິລະ​ຊົນ​ຫງວຽນ​ທິທື ຢູ່​ແຂວງ​ກວາງ​ນາມ ຊື່​ງ​ແມ່ນ​ບັນດາ​ກິດຈະກຳ​ຈຸດ​ສຸມ ຈະ​ໄດ້​ຮັບ​ການ​ເປີດ​ສະຫຼອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/2014).

   ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໃສ່​ໃຈ​ວ່າ: ນີ້​ແມ່ນ​ກິດຈະກຳ​ທີ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ, ມີ​ລະດັບ​ຊາດ, ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ສຶກສາ​ອົບຮົມ​ມູນ​ເຊື້ອ​ໃຫ້​ບັນດາ​ລຸ້ນປະຈຸ​ບັນ ​ແລະ ອະນາຄົດ, ຮຽກຮ້ອງ​ໃຫ້​ເຈົ້າຂອງ​ລົງທຶນ, ຫົວໜ່ວຍ​ຕິດຕາມ​ກວດກາ​ຕ້ອງ​ຕິດຕາມ​ກວດກາຢ່າງ​ແໜ້ນ​ແຟ້ນ.

  ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ປູກ​ຕົ້ນ​ໄມ້​ທີ່​ລະນຶກ ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ຂອງ​ລຸ້ນປະຈຸ​ບັນ​ທີ່​ມີ​ຕໍ່​ແມ່​ຫວຽດນາມ​ ວິລະ​ຊົນ​ນັບ​ພັນ​ຄົນ ./.

ຂ່າວ/ບົດ​ອື່ນ