ປະທານປະເທດເຈືອງ ເຕິນຊາງອວຍພອນ ປີໃໝ່ຢູ່ກົມໃຫ່ຍ 5- ກະຊວງຕຳຫຼວດ


ປະທານປະເທດເຈືອງ ເຕິນຊາງອວຍພອນ ປີໃໝ່ຢູ່ກົມໃຫ່ຍ 5- ກະຊວງຕຳຫຼວດ - ảnh 1

(ພາບ: cand.com.vn )

 (vovworld)- ​ ຕອນ​ບ່າຍວັນທີ 27/1, ​ເມື່ອ​ໄປ​ອວຍພອນ​ປີ​ໃໝ່​ພະນັກງານ, ຕະຫຼວດກົມ​ໃຫ່ຍ 5-ກະຊວງ​ຕຳຫຼວດ​ຫວຽດນາມ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ຕີ​ລາຄາ​ສູງ​ນ້ຳ​ໃຈ​ຈົ່ງ​ຮັກ​ພັກດີ, ການ​ເສຍສະຫຼະ ​ແລະ ບັນດາ​ການ​ອຸທິດ​ສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ພະນັກງານ, ຕຳຫຼວດ​ກົມ​ໃຫ່ຍ 5 ລຸ່ນຕ່າງໆ​ໃນ​ພາລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ສະ​ເໜີ​ກົມ​ໃຫ່ຍ 5 ຈົ່ງ​ສືບ​ຕໍ່​ປະຕິບັດ​ພາລະ​ໜ້າ​ທີ່​, ຊ່ວຍ​ໃຫ້​ພັກ, ລັດ​ໃນ​ການ​ຍົກ​ອອກ​ລັດຖະນະ​ໂຍບາຍ​ຍຸດ​ທະ​ສາດ, ສ້າງ​ຖັນ​ແ​ຖວມີ​ຄຸນ​ນະ​ທາດ​ການ​ເມືອງ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະ​ເທດ​ຊາດ ​ແລະ ປຊຊ, ມີ​ຄຸນ​ນະ​ທາດ​ຄຸ​ນສົມບັດ​ປອດ​ໄສ, ຊຳນານ​ງານ, ສະຫຼຽວ​ສະຫຼາດ, ອົ່ງ​ອາດ​ກ້າ​ຫານ​ເພື່ອ​ປະຕິບັດ​ບົດບາດ​ຫຼັກ​ແຫຼ່ງ, ນຳ​ໜ້າ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ເຊື່ອມໝັ້ນວ່າ, ກົມ​ໃຫ່ຍ 5 ຈະ​​ເສີມ​ຂະຫຍາຍ​ມູນ​ເຊື້ອ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ເພື່ອ​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ປະກອບສ່ວນ​ຕໍ່ສູ້​ກັບ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ອາດຊະຍາ​ກຳ​ປະ​ເພດ​ຕ່າງໆ​ຢ່າງ​ມີ​ປະສິດຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ, ປົກ​ປ້ອງ​ລະບອບ​ສັງຄົມ​ນິຍົມ ​ແລະ ພາລະກິດ​ສ້າງສາ​ປະ​ເທດ​ຊາດ​./.

ຂ່າວ/ບົດ​ອື່ນ