ປະທານປະເທດເຈືອງເຕີນ ຊາງເປັນປະທານວາລະ ປະຊຸມປະຕິຮູບ ຕຸລາການ


ປະທານປະເທດເຈືອງເຕີນ ຊາງເປັນປະທານວາລະ ປະຊຸມປະຕິຮູບ ຕຸລາການ - ảnh 1

(ພາບ: Nguyễn Khang - TTXVN )

(vovworld)-  ວັນ​ທີ 5/12, ຢູ່​​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​, ຫົວໜ້າ​ຄະນະ​ປະຕິ​ຮູບ​ຕຸລາການ​ສູນ​ກາງ​ ໄດ້ເປັນ​ປະທານ​ວາລະ​ປະຊຸມຄັ້ງທີ 12 ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການສູນ​ກາງ​ເພື່ອ​ຮັບ​ຄຳ​ເຫັນ​ປະກອບ​ໃສ່​ແຜນ​ຮ່າງ​ຈັດຕັ້ງອົງການ​ສືບສວນ​. ຄຳ​ເຫັນ​ຂອງຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ, ການ​ປັບປຸງ​ບັນດາ​ອົງການ​ສືບສວນ​ແມ່ນ​ວຽກ​ງານ​ຈຳ​ເປັນ​ເພື່ອ​ແກ້​ໄຂ​ຈຸດ​ອ່ອນ ​ແລະ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ໃນ​ສະ​ເພາະ​ໜ້າ​ ກໍ່​ຄື​ໄລຍະ​ຍາວ​ນານ ​ແມ່ນ​ຄຳ​ຮຽກຮ້ອງ​ພາລະ​ວິ​ໄສ. ​

   ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ຕີ​ລາຄາ​ສູງການ​ກະກຽມ​ຂອງ​ຄະນະ​ຮຽບຮຽງ​ແຜນ​ຮ່າງ​ພ້ອມ​ກັບ​ບັນດາ​ເນື້ອ​ໃນ​ປະກອບຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ, ທ່ານ​ເນັ້ນໜັກ​ວ່າ ລະບົບ​ດຳ​ເນີນ​ຄະດີ, ​ໃນ​ນັ້ນມີ​ອົງການສືບສວນ​ໄດ້​ຮັບ​ການ​ບູລະນະ​ການຈັດຕັ້ງ ​ແລະ ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວຈະ​ປະກອບສ່ວນ​ຈຳກັດ​ຄະດີຕັດສິນ​ລົງ​ໂທດ​ຢ່າງ​ບໍ່​ຖືກຕ້ອງ. ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ ສະ​ເໜີ​ໃຫ້​ອົງການ​ຮຽບຮຽງ ຈົ່ງ​ກວດກາ​ແຜນ​ຮ່າງ​, ສືບ​ຕໍ່​ຮັບ​ຄຳ​ເຫັນ​ປະກອບ ​ແລະ ​ເພີ່ມ​ເຕີມ​ບັນດາ​ເນື້ອ​ໃນ​ເໝາະ​ສົມ, ປັບປຸງ​ຢ່າງ​ທັນ​ການ​ເພື່ອ​ສ້າງ​ແຜນ​ຮ່າງ​ເປັນສົມ​ບູນ​ແບບ, ປະກອບສ່ວນ​ປະຕິ​ຮູບ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສະພາບ​ການ​ໃໝ່./.

 

ຂ່າວ/ບົດ​ອື່ນ