ປະທານປະເທດເຈືອງເຕີນຊາງ ຕ້ອນຮັບຄະນະຜູ້ແທນຮ່ວມມືເສດຖະກິດເຂດ Kansai, ຍີ່ປຸ່ນ

ປະທານປະເທດເຈືອງເຕີນຊາງ ຕ້ອນຮັບຄະນະຜູ້ແທນຮ່ວມມືເສດຖະກິດເຂດ Kansai, ຍີ່ປຸ່ນ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບ​ທ່ານ Mori Shosuke, ປະທານ​ສະຫະພັນ​ເສດຖະກິດ​ເຂດ Kansai)


(vovworld) –  ຕອນ​ເຊົ້າ​ວັນ​ທີ 16/04, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Mori Shosuke, ປະທານ​ສະຫະພັນ​ເສດຖະກິດ​ເຂດ Kansai, ຍີ່ປຸ່ນ ຊຶ່ງ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຮ່ວມ​ມື​ເສດຖະກິດ​ຍີ່ປຸ່ນ ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ​ທີ່​ການຕ້ອນຮັບ, ທ່ານ​ Mori Shosuke ປາ​ດຖະໜາ​ວ່າ ຫວຽດນາມ ສ້າງ​ຕັ້ງ​ຫ້ອງການ​ຕິດຕໍ່ພົວພັນ​ຢູ່​ເຂດ Kansai ​ເພື່ອ​ຮັບ​ເອົາ​ຂໍ້​ມູນຂ່າວສານ​ຢ່າງທັນ​ການ​ຂອງ​ບັນດາວິ​ສາ​ຫະກິດຍີ່ປຸ່ນ ທີ່​ລົງທຶນ​ເຂົ້າ​ຫວຽດນາມ, ພ້ອມ​ທັງ​ສະໜອງ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ວິ​ສາ​ຫະກິດ ​ແລະ ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຂອງ​ຫວຽດນາມ ​ແນ​ໃສ່​ສ້າງ​ແຫ​ລ່ງກຳລັງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ມີ​ປະສິດທິ​ຜົນ. ​​ທ່ານ Mori Shosuke ​ຖື​ວ່າ​ເລື່ອງ​ຍີ່ປຸ່ນ ​ປະກາດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ ປາຊີ​ຝີ​ກ (TPP) ກັບ​ຫວຽດນາມ ຈະ​​ແມ່ນ​ໂອກາດ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ ວິ​ສາ​ຫະກິດ​ຂອງ 2 ປະ​ເທດ ​ແລະ ພາກ​ພື້ນ.

        ສ່ວນ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ຮ່ວມ​ມື​ກັບ​ຍີ່​ປຸ່ນ ​ເປັນ​ສຳຄັນ, ​ໃນ​ນັ້ນ​ມີ​ເຂດ Kansai, ນີ້ຈະ​ແມ່ນ​ປັດ​ໃຈ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ປະ​ເທດ​ ​ເວົ້າ​ລວມ ​ແລະ ​ເຂດ Kansai ​ເວົ້າ​ສະ​ເພາະຢ່າງ​ແຮງ​ກວ່າ. ທ່ານ​ປະທານ​ປະ​ເທດ​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ບັນດາ​ຜູ້​ແທນ​ວິ​ສາ​ຫະກິດ​ເຂດ Kansai ຍົກ​ລະດັບ​ເວທີ​ປາ​ໄສ​ເສດຖະກິດ ​ແລະ ສ້າງ​ຕັ້ງອົງການຕາງໜ້າຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຢູ່​ເຂດ Kansai, ​ແນ​ໃສ່​ເພີ່ມທະວີ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ຝ່າຍ. ພ້ອມ​ກັນນັ້ນ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ການ​ເຈລະຈາ TPP ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ