ປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບບັນ​ດາເອກອັກຄະລັດຖະທູດເຂົ້າຍືນສານ​ຕາ​ຕັ້ງ

(vovworld)- ຕອນ​ບ່າຍ​ວັນ​ທີ 16/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ, ປາ​ນາ​ມາ, ແລະ ກາ​ຕາ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽ​ດ​ນາມ. ທີ່ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປາ​ນາ​ມາ Samudio , ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ແມ່ນ​ເພື່ອນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປາ​ນາ​ມາ, ພ້ອມ​ທັງ​ຢືນ​ຢັນ​ວ່າ ຈະ​ສະເໜີບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ຫວຽດ​ນາມ​ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຮັດ​ສຳ​ເລັດ​ໜ້າ​ທີ່, ສ້າງ​ກຳ​ລັງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ-ປາ​ນາ​ມາ. ສ່ວນ​ໃນ​ການ​ຕ້ອນ​ຮັບ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ Theodore G.Osius, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເຊື່ອ​ໝັນ​ວ່າ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ Theodore G.Osius ຈະ​ປະ​ກອບ​ສ່ວນ​ສ້າງ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັ​ນ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງຫວັງ​ວ່າ 2 ຝ່າຍ​ສືບ​ຕໍ່​ແກ້​ໄຂ​ສິ່ງ​ກີດ​ຂວາງ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ