ປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບອະດີດຜູ້ຊ່ຽວຊານກາຊັກສຖານ

(vovworld)- ຕອນ​ບ່າຍ​ວັນ​ທີ 10/7, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Tadiyev ອະ​ດີດ​ຜູ້​ຊ່ຽວ​ຊານ ກາ​ຊັກ​ສ​ຖານ ຊຶ່ງ​ໄດ້​ຝຶກ​ແອບ​ນັກ​ບິນ​ໃຫ້ຫວຽດ​ນາມ​ໃນ​ໄລ​ຍະຕໍ່​ສູ້ຕ້ານອາ​ເມ​ລິ​ກາ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ທ່ານ​ຊຶ່ງພວມ​ຢ້ຽ​ມຢາມຫວຽດ​ນາມ​ພາຍຫຼັງ 50 ປີ. ໃນ​ການ​ໂອ້​ລົມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງຢືນ​ຢັນ​ວ່າ ຫວຽດ​ນາມ ບໍ່​ມີ​ວັນ​ທີ່ຫຼົງ​ລືມ​ຄຸນ​ງາມ​ຄວາມ​ດີ​ຂອງ​ເພື່ອ​ນມິດ​ສາ​ກົນ, ໃນ​ນັ້ນ​ມີ​ບັນ​ດາ​ຜູ້​ຊ່ຽວ​ຊານ​ໂຊ​ຫວຽດ, ກາ​ຊັກ​ສ​ຖານ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງ​ເຕີ້ນ​ຊາງ ຫວັງ​ວ່າ ບັນ​ດາ​ຜູ້​ຊ່ຽວ​ຊານ, ເພື່ອ​ມິດ​ສາ​ກົນ​ຈົ່ງ​ກັບ​ຄືນມາຢ້ຽມ​ຢາມ​ຫວຽດ​ນາມເພື່ອ​ເຫັນ​ປະ​ຈັກ​ຕາ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ໃນ​ວັນ​ນີ້ ຊຶ່ງ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ໃນ​ໄລ​ຍະ​ທີ່​ຫວຽດ​ນາມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ .
ຂ່າວ/ບົດ​ອື່ນ