ປະທານປະເທດເຈືອງເຕີນຊາງ ໃຫ້ການຕ້ອນຮັບຄະນະຜູ້ແທນ ພັກປະຊາຊົນກຳປູເຈຍ

ປະທານປະເທດເຈືອງເຕີນຊາງ ໃຫ້ການຕ້ອນຮັບຄະນະຜູ້ແທນ ພັກປະຊາຊົນກຳປູເຈຍ - ảnh 1

(ພາບ​:TTXVN)

(vovworld)-​ ​ວັນ​ທີ 28/3, ທ່ານປະທານ​ປະ​ເທດ​ຫວຽດນາມ ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລ​ຮົງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ​ໂດຍ​ທ່ານ Xim Ca ກຳມະການ​ຜູ້ປະຈຳ​ການຄະນະ​ປະຈຳ​ສູນ​ກາງ​ພັກ​ປະຊາຊົນກຳປູ​ເຈຍ, ສະມາຊິກ​ສະພາ​ສູງ, ຫົວໜ້າ​ຄະນະ​ການ​ເງິນ​ສູນ​ກາງ​ນຳ​ໜ້າ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ Xim Ca ຢືນຢັນ​ວ່າ: ພັກປະຊາຊົນ​ກຳປູ​ເຈຍ (CPP), ລັດ ​ແລະ ປະຊາຊົນ​ກຳປູ​ເຈຍ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັກສາ ​ແລະ ​ເພິ່ມພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ຫວຽດນາມ-​ກຳປູ​ເຈຍ ​ໃຫ້ພັດ​ທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ສ່ວນ​ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລ​ຮົງ​ແອ​ງ ຢືນຢັນ​ວ່າ: ຍາມ​ໃດ​ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​​ບຸລິ​ມິ​ສິດຢ່າງສູງ​ໃຫ້​ແກ່​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ນ້ຳໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ຫວຽດນາມ-​ກຳປູ​ເຈຍ ​ແລະ ປາດ​ຖະໜາ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍມູນ​ເຊື້ອ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ, ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນສູງສອງ​ພັກ, ສອງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ.

 

 

 



ຂ່າວ/ບົດ​ອື່ນ