ປະທານປະເທດເຈືອງເຕີນຊາງ:ຂະແໜງສານຕ້ອງຮັບປະກັນຄວາມເປັນເອກະລາດ,ເປີເຜີຍ,ກະຈ່າງແຈ້ງໃນການພິພາກສາ

ປະທານປະເທດເຈືອງເຕີນຊາງ:ຂະແໜງສານຕ້ອງຮັບປະກັນຄວາມເປັນເອກະລາດ,ເປີເຜີຍ,ກະຈ່າງແຈ້ງໃນການພິພາກສາ - ảnh 1
ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບຜູ້ນຳຫຼັກແຫຼ່ງຂະແໜງສານ

(vovworld) – ຕອນ​ເຊົ້າ​ວັນ​ທີ 15/7, ທີ່​ສຳນັກງານ​ປະ​ທາ​ນປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ພະນັກງານ​ການນຳ​ຫຼັກ​ແຫຼ່ງຂອງສານ​ປະຊາຊົນ​ສູງ​ສຸດ​ກ່ຽວ​ກັບ​ໝາກຜົນ​ການ​ເຄື່ອນ​ໄຫວ 6 ​ເດືອນ​ຕົ້ນ​ປີ ​ແລະ ວຽກ​ງານ 6 ​ເດືອນ​ທ້າຍ​ປີ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ຄວນ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ເສີມ​ຂະຫຍາຍ​ບົດບາດ​ສານ​ແມ່ນ​ສູນ​ກາງ​ແຫ່ງ​ການ​ເຄື່ອນ​ໄຫວ​ດ້ານ​ຕຸລາການ, ​ແມ່ນ​ອົງ​ການ​ພິພາກສາ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​ອັນ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ລັດ ​ແລະ ຂອງ​ພົນລະ​ເມືອງ. ທ່ານ​ກ່າວ​ວ່າ:

    “ທ່າ​ອ່ຽງໝາກຜົນ​ກ້າວໜ້າ​​ເພີ່ມ​ຂຶ້ນ, ສູ້​ຊົນ​ຕາມ​ທິດ​ສານ​ນຳ​ມາ​ຄວາມ​ຍຸຕິ​ທຳ​ໃຫ້​ແກ່​ທຸກ​ຄົນ, ຕ້ອງ​ປົກ​ປ້ອງສິດຜົນປະ​ໂຫຍ​ດຂອງ​ລັດ ​ແລະ ພົນລະ​ເມືອງ. ນີ້​ແມ່ນ 2 ດ້ານ​ໄດ້​ຖື​ເປັນ​ສຳຄັນ ຫາກ​ບໍ່​ພຽງ​ແຕ່ຖື​ຜົນ​ປະ​ໂຫຍ​ດຂອງ​ລັດ ​ແຕ່ບໍ່​ຖື​ເປັນ​ສຳຄັນ​ຜົນ​ປະ​​ໂຫຍ​ດຂອງ​ພົນລະ​ເມືອງ.”

    ​ທ່ານປະທານ​ປະ​ເທດ ຕີ​ລາຄາ​ສູງ​​ເລື່ອງ​ຂະ​ແໜງ​ສານ​​ພິພາກສາ​ບັນ​ດາ​ຄະດີ​​ເສດຖະກິດ, ການ​ສໍ້​ລາດ​ບັງ​ຫຼວງຢ່າງ​ທັນ​ການ, ​ທ່ານ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ​ໝາກຜົນ​ຂອງ​ການ​ພິພາກສາ​ຕ້ອງ​ອີງ​ໃສ່​ພື້ນຖານ​ການ​ພິພາກສາ, ຖືກຕ້ອງ​ຕາມລະບຽບ​ກົດໝາຍ. ​ເມື່ອ​ເຕື້ອງ​ເຖິງ​ເລື່ອງ​ສ້າງ​​ລະ​ບົບກົດໝາຍ​ໃຫ້​ສົມບູນ​ແບບ​ຕາມ​ຈິດ​ໃຈ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ຕ້ອງ​ເຮັດ​ໃຫ້​ຈະ​ແຈ້ງ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ເພື່ອ​ຫັນ​​ເປັນ​ກົດໝາຍ, ພ້ອມ​ທັງ​ຕິດ​ພັນ​ກັບ​ການ​ບຳລຸງ​ສ້າງ, ຝຶກ​ອົບຮົມ​ຍົກ​ສູງ​ລະດັບ​ໃຫ້​ຖັນ​​ແຖວ​ພະນັກງານພິພາກສາ.


ຂ່າວ/ບົດ​ອື່ນ