ປະທານປະເທດເຈືອງເຕີນຊາງ:ຕ້ອງຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນເຂດຊາຍແດນ

ປະທານປະເທດເຈືອງເຕີນຊາງ:ຕ້ອງຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນເຂດຊາຍແດນ - ảnh 1
ກອງປະຊຸມສຳມະນາໄດ້ຈັດຕັ້ງໃນຕອນເຊົ້າວັນທີ 24/6

(vovworld) – ວັນ​ທີ 24/6, ຢູ່​ຮ່າ​ໂນ້ຍ, ກອງ​ເສນາ​ທິການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​​ໂຄງການ “ງົວ​ພັນ​ຊ່ວຍ​ຄົນ​ທຸກ​ຍາກ​ເຂດ​ຊາຍ​ແດນ”. ຕາມ​ແຜນ​ການ​ແລ້ວ, ​ໃນ​ໄລຍະ 3 ປີ​ນັບ​ແຕ່​ເດືອນ 6/2014 – 6/2016, ຄະນະ​ຊີ້​ນຳ​ຈັດຕັ້ງ​ການ​ສຳ​ຫຼວດຕົວ​ຈິງ​ເພື່ອ​ມອບ​ງົວ​ພັນ​ໃຫ້​ບັນດາ​ຄອບ​​ຄົວທຸກ​ຍາກ​ຢູ່​ເຂດ​ຊາຍ​ແທນ​ພາກ​ເໜືອ ​ແລະ ບັນດາ​ເຂດ ​ໄຕ​ບັກ. ຄາດ​ວ່າ, ​ໄລຍະ​ຕົ້ນ​ຈະ​ມີ​ງົວ 24.000 ​ໂຕ​ໄດ້​ມອບ​ໃຫ້​ປະຊາຊົນ. ບັນດາ​ຄອບຄົວ​ທຸກ​ຍາກ​ເຂົ້າ​ຮ່ວມ​ໂຄງການ​ນີ້ ຈະ​ໄດ້​ຮັບ​ປະກັນ​ດ້ານ​ທຶນຮອນ, ໜູນ​ຊ່ວຍ​ດ້ານ​ສັດຕະວະ​ແພດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ຜະລິດ, ດຳ​ເນີນ​ທຸລະ​ກິດຢ່າງ​ມີ​ປະສິດທິ​ຜົນ.

    ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປ​ະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ແມ່ນ 2 ໜ້າ​ທີ່​ຈຳ​ເປັນ ​ແລະ ຍາວ​ນານ. ຢູ່​ບັນດາ​ເຂດ​ຊາຍ​ແດນ, ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້​ແມ່ນ​ຜູ້​ຕັ້ງໜ້າ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ພັດທະນາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, ສ່ວນ​ຫຼາຍຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນຢູ່​ທີ່​ນີ້​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ບັນດາ​ຕາ​ແສງ​ເຂດ​ຊາຍ​ແດນ​ກໍ່​ແມ່ນ​ບັນດາ​ທ້ອງ​ຖີ່​ນຫຍຸ້ງຍາກ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ດັ່ງ​ນັ້ນ, ຄວາມ​ຮັບຜິດ​ຊອບ​ຂອງ​ບັນດາ​ກະຊວງ, ຂະ​ແໜງການ​​ແມ່ນ​ໜູນ​ຊ່ວຍ​ຄ​ອບຄົວ​ທຸກ​ຍາກ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັດ​ແຄບ​ຊ່ອງ​ຫວ່າງ​ກັບ​ປະຊາຊົນ​​ໃນ​ທົ່ວ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ຮຽກ​ຮ້ອງ​ບັນດາ​ວິ​ສາ​ຫະກິ​ດຕັ້ງໜ້າ​ສະໜັບສະໜູນ​​ໂຄງການ, ພ້ອມ​ທັງຮັກສາ​ເລື່ອງ​ສະໜອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ປ່ຽນ​ໃໝ່​​ແບບວິທີ​ຜະລິດ, ທະວີ​ຄຸນ​ບັນດາ​ຮູບ​ແບບ​ເຮັດ​​ເສດຖະກິດ​ເກັ່ງ​ເພື່ອ​ສ້າງ​ການ​ປ່ຽນ​ໃໝ່​ແບບ​ຍືນ​ຍົງ, ມີປະສິດທິ​ຜົນ​ຢູ່​ບັນດາ​ເຂດຊາຍ​ແດນຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ