ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງຮ່ານາມ

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງຮ່ານາມ - ảnh 1
ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບ
ຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງຮ່ານາມ
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 05/01, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ແຂວງ ຮ່າ​ນາມ, ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ຈົດ​ຈຳ​ບຸນຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ ຖື​ວ່າ: ​ໃນ​ພາລະກິດ​ພັດທະນາ​ລວ​ມຂອງ​ປະ​ເທດ​, ພັກ, ລັດ ຈະ​ສືບ​ຕໍ່ ​ແລະ ຍາມ​ໃດ​ກໍ່​ເບິ່ງ​ແຍງ​ດູ​ແລ​​ຜູ້​ມີ​ຄຸນງາມຄວາມດີ. ບັນດາສິ່ງ​ຕິດ​ຂັດ​ທີ່​ຍັງ​ຄົງ​ຄ້າງຈະ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ ​ເພື່ອຊ່ວຍ​ເຫຼືອຜູ້​ມີ​ຄຸນງາມຄວາມດີ​ຕໍ່ປະ​ເທດຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ປາດ​ຖະໜາ​ວ່າ: ບັນດາ​ຜູ້​ແທນ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ໃຫ້​ບ້ານ​ເກີດ​ເມືອງ​ນອນ ຮ່າ​ນາມ ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ​ຊາດ​ເວົ້າ​ລວມ, ພ້ອມ​ກັນ​ນັ້ນ ສືບ​ຕໍ່​ສຶກສາ​ອົບຮົມມູນ​ເຊື້ອອັນ​ດີງາມ​ໃຫ້​ລຸ່ນໜຸ່ມປະຕິບັດ​ຕາມ.

ຂ່າວ/ບົດ​ອື່ນ