ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຍີ່ປຸ່ນ-ຫວຽດນາມເຂດKansai

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຍີ່ປຸ່ນ-ຫວຽດນາມເຂດKansai - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງທ່ານ
Teichi Nishimura ປະທານ​ສະມາຄົມຍີ່ປຸ່ນ - ຫວຽດນາມ
(ພາບ: TTXVN)

(vovworld) –​ ຕອນ​ເຊົ້າ​ວັນ​ທີ 21/10, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ເຂດ Kansai, ຍີ່ປຸ່ນ ​ໂດຍ​ທ່ານ Teichi Nishimura ປະທານ​ສະມາຄົມ​ເປັນ​ຫົວໜ້າ​ຄະນະ, ພວມ​ຢູ່​ຢ້ຽ​ມຢາມ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: ຍີ່​ຢຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ລົງທຶນ​ແຖວ​ໜ້າ​ຢູ່ ຫວຽດນາມ, ​ໃນ​ນັ້ນ​ເຂດ Kansai ມີ​ຈຳນວນ​ບັນດາ​ນັກທຸລະກິດ​ລົງທຶນ​ຢູ່ ຫວຽດນາມ ຫລາຍ​ກ່ວາ​ໝູ່. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຂອບ​ໃຈ​ສະມາຄົມ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ເຂດ Kansai ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຊ່ວຍ​ເຫຼືອ​ນັກ​ສຶກສາ, ນັກ​ເຝິກ​ງານ ຫວຽດນາມ ຢູ່ Kansai, ກາຍ​ເປັນ​ຂົວ​ເຊ​ື່ອມຕໍ່​ການ​ພົວພັນ ​ແລະ ຮ່ວມ​ມື​ລະຫວ່າງ​ປະຊາຊົນ 2 ປະ​ເທດ ​ໂດຍ​ຜ່ານການ​ຢ້ຽມຢາມ​ເຮັດ​ວຽກຄັ້ງ​ຕ່າງໆ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ 2 ປະ​ເທດ​ຂອງ​ສະມາຄົມ.

        ສ່ວນທ່ານ Teichi Nishimura ​ປະທານ​ສະມາຄົມ​ມິດຕະພາບ​ ຍີ່​ຢຸ່ນ - ຫວຽດນາມ ​ເຂດ Kansai ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ເຂົ້າ​​ໃນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປະຊາຊົນ, ​ໃນ​ນັ້ນ​ມີ​ເຂດ Kansai ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ