ປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ຫວຽດນາມ

ປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ຫວຽດນາມ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືປີ 2014 ຂອງສະພາກາແດງ
(ພາບ: TTXVN)

(​vovworld) – ຕອນ​ບ່າຍ​ວັນ​ທີ 13/8, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Samir Amin, ຊາວ ອີ​ຢິບ ​ແລະ ທ່ານ Francois Houtart, ຊາວ​ແບນ​ຊິກ. ນີ້​ແມ່ນບັນດາ​ນັກ​ທິດ​ສະ​ດີ ມາກ​ຊິດ, ນັກຮຽນ​ຮູ້ເຄີຍມາ​ຢ້ຽມຢາມ ຫວຽດນາມ ​ເປັນ​ຫຼາຍ​ຄັ້ງ ​ແລະ ​ໃນ​ຄັ້ງ​ນີ້, 2 ທ່ານ​ໄດ້​ມາ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ບັນດາ​ວິທີ​ການ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ບັນດາ​ປະ​ເທ​ດທາງ​ທິດໃຕ້ ​ໃນ​ໂລກ​ແຫ່ງ​ຫັນ​ເປັນ​ໂລກາ​ພິວັດ”, ​ເຊິ່ງ​ໄດ້​ຖືກຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ໄດ້​ແລກປ່ຽນ​ກັບ​ບັນດາ​ນັກຮຽນ​ຮູ້​ກ່ຽວ​ກັບ​ທ່າ​ອ່ຽງການ​ຮ່ວມ​ມື​ພັດທະນາ​ຢ່າງ​ເປີດ​ເຜີຍ, ພິ​ເສດ​ແມ່ນ​ໃນ​ວິວັດທະນາ​ການ​ຫັນ​ເປັນ​ໂລກາ​ພິວັດ​ໃນ​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ໂລກ​ປະຈຸ​ບັນທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ່​ທີ່​ສັບສົນ, ບັນດາ​ປະ​ເທດ​ເປັນ​ເຈົ້າ​ຕົນ​ເອງ​ເພື່ອ​ພັດທະນາ​ພວມ​ແມ່ນ​ທ່າ​ອ່ຽງສຳຄັນ​ທີ່​ສຸດ, ບັນຫາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຖືກ​ບັນດາ​ປະ​ເທ​ດຖື​ເປັນ​ສຳຄັນ​ອັນ​ດັບ​ໜຶ່ງ. ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນຫາ​ທິດ​ສະ​ດີ​ຄວນ​ສອດຄ່ອງ​ກັບ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ພາກ​ພື້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ, ຄວນ​ສືບ​ຕໍ່​ມີ​ການ​ຄົ້ນ​ຄ້ວາ ​ແລກປ່ຽນ​ຢ່າງ​ລະອຽດ ​ໃນ​ວິວັດທະນາ​ການ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ການ​ພັດທະນາ​ລວມຂອງ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ພາກ​ພື້ນ ​ແລະ​ ​ໃນ​​ໂລກ.

 


ຂ່າວ/ບົດ​ອື່ນ