ປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດອີຕາລີ,ເມັກຊີໂກແລະຮູງກາຣີຍື່ນສານຕາຕັ້ງ

ປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດອີຕາລີ,ເມັກຊີໂກແລະຮູງກາຣີຍື່ນສານຕາຕັ້ງ - ảnh 1
ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ Cecilia Piccioni ແລະ
ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ

(vovworld) – ຕອນ​ບ່າຍ​ວັນ​ທີ 27/5, ຢູ່​ສ​ຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຕ້ອນ​ຮັບ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ອີ​ຕາ​ລີ, ເມັກ​ຊີ​ໂກ ແລະ ຮູງ​ກາ​ຣີ ເຂົ້າຍື່ນ​ສານ​ຕາ​ຕັ້ງ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ. ເມື່ອ​ຕ້ອນ​ຮັບ​ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ Cecilia Piccioni, ​ທ່ານປະ​ທານ​ປະ​ເທດ ເນັ້ນ​ໜັກ​ເຖິງ: ການ​ພົວ​ພັນ​ມິ​ດ​ຕະ​ພາບ​ລະ​ຫວ່າງ 2 ລັດ. ພິ​ເສດ​ໃນ​ປີ 2013, 2 ຝ່າຍ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນຫຼາຍ​ຂົງ​ເຂດ​. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຫວັງ​ວ່າ: ອີ​ຕາ​ລີ ສະ​ໜັບ​ສະ​ໜູນ​ການ​ອະ​ນຸ​ມັດ​ຜ່ານ​ສັນ​ຍາ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຮອບ​ດ້ານ (PCA) ໂດຍ​ໄວ ແລະ ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນ​ຍາກ​ານ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີ​ລົບ ​ເພື່ອເປັນ​ພື້ນ​ຖານ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ ແລະ 2 ພາກ​ພື້ນ​ຢ່າງ​ແຮງ.

        ອ​ວຍ​ພອ​ນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ, ທ່ານ​ນາງ Sara Valdés Bolano ​ມາ​ຮັບ​ໜ້າ​ທີ່​ການ​ທູດ ຢູ່ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື​ກັບ ເມກ​ຊີ​ໂກ ແລະ ປາດ​ຖະ​ໜາ​ວ່າ: 2 ຝ່າຍ​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ແລະ 2 ພາກ​ພື້ນ ອາ​ຊ​ຽນ ແລະ ອາ​ເມ​ລິ​ກາ ລາ​ຕີງ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ທ້າຍ​ປີ 2015 ປະ​ຊາ​ຄົມ ອາ​ຊຽນ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ດ້ວຍ​ພົນ​ລະ​ເມືອງ 600 ລ້ານ​ຄົນ…

        ໃນ​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຮູ​ງ​ກາ​ຣີ Csaba Ory, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ໄດ້ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ ຫວຽດ​ນາມ ຂອງ ຮູງ​ກາ​ຣີ ໃນ​ຊຸມ​ປີ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ໃນ​ເມື່ອກ່ອນກໍ່​ຄື​ປະ​ຈຸ​ບັນ, ທ່ານ​ປະ​ທານ​ປະ​ເທດຢັ້ງ​ຢືນ​ການ​ຊ່ວຍ​ເຫຼືອບ​ຳ​ລຸງ​ສ້າງ​ພະ​ນັກ​ງານ​ນັບ​ພັນ​ຄົນ​ໃຫ້​ມີ​ລະ​ດັບ​ຄວາມ​ຮູ້​​ນັ້ນໄດ້ ແລະ ພວມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ພ້ອມ​ທັງ​ເລື່ອງ ຮູງ​ກາ​ຣີ ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ ຮູງ​ກາ​ຣີ, ກໍ່​ເປັ​ນ​ຂົວເຊື່ອມ​ຕໍ່​ມິດ​ຕະ​ພາບ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ