ປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

ປະທານປະເທດເຈືອງເຕີນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 10/9, ທີ່​ສຳນັກງານ​ປະ​ທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດບັນດາ​ປະ​ເທດ ອັງກິດ, ​ໂຮ​ນລັງ ​ແລະ ນອກ​ແວ ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ​ຮັບ​ດຳລົງ​ຕຳ​ແໜ່​ງຢູ່ ຫວຽດນາມ.

    ​ເມື່ອ​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ລາຊະ​ອານາຈັກ ອັງກິດ ​ແລະ ​​ໄອ​​ແລ​ນ​ເໜືອ Giles Lever, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ຍາມ​ໃດ​ ຫວຽດນາມ ກໍ່​ຖື​ການ​ພົວພັນ​ຮ່ວມ​ມື​ກັບລາຊະ​ອານາຈັກ ອັງກິດເປັນສຳຄັນ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ ລາຊະ​ອານາຈັກ ອັງກິດ ຊຸກຍູ້​ການ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA ລະຫວ່າງ ຫວຽ​ດນາມ ​ແລະ ສະຫະພາບ ​ເອີ​ລົບ (EU). ພ້ອມ​ກັບ​ເລື່ອງ 2 ປະ​ເທດ ​ໄດ້ ​ແລະ ພວມ​ຮ່ວມ​ມື​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ.

    ຊົມ​ເຊີຍ​ທ່ານ​ນາງ Catharina Trooster ​ໄດ້​ຮັບການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ໂຮ​ນລັງ ປະຈຳ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ຖື​ເປັນສຳຄັນການ​ຮ່ວມ​ມື​ກັບ ​ໂຮ​ນລັງ, ປະ​ເທດ​ຮັກສາ​ທີ່​ຕັ້ງ​ສຳຄັນ​ຂອງ​ສະຫະພາບ ​ເອີ​ລົບ. ທ່ານ​ປະທານ​ປະ​ເທດ ຢັ້ງຢືນ ຫວຽດນາມ ພ້ອມ​ແລ້ວ​ທີ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ໂຮ​ນລັງ ລົງທຶນ​ເຂົ້າ ຫວຽດນາມ ດ້ວຍ​ຄວາມ​ຫວັງ ​ໂຮ​ນລັງກາ​ຍ​ເປັນ​ນັກ​ລົງ​ທຶນ​ໃຫຍ່​ຢູ່​ຫວຽດນາມ.

    ​ໃນ​ການ​ຕ້ອນຮັບ​ທ່ານ​​ເອກ​ອັກຄະ​ລັດຖະທູດ ນອກ​ແວ Siren Gjerme Eriksen, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຂອບ​ອົບ​ຂອບ​ໃຈ ນອກ​ແວ ທີ່​ໄດ້​ໜູນ​ຊ່ວຍ ODA ​ໃຫ້​ແກ່ ຫວຽດນາມ. ​ເຕື້ອງ​ເຖິງການ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າກ່ວາ​ອີກ, ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ ນອກ​ແວ ຈະໜູນຊ່ວຍ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະ​ຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ ​ເອີ​ລົບ​ເໜືອ.

ຂ່າວ/ບົດ​ອື່ນ