ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ - ảnh 1

ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ​ຕ້ອນຮັບ
​ເອກ​ອັກຄະ​ລັດຖະທູດ ສປປ​ເກົາຫຼີ Kim Myong Gin ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ
(ພາບ: vietnamplus.vn)

(vovworld) -​ ຕອນ​ເຊົ້າ​ວັນ​ທີ 20/8, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ​ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ຈີ​ເລ, ​ເຕິ​ກກີ, ດານ​ມາກ, ສປປ​ເກົາຫຼີ ​ແລະ ສີ​ລານກາ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ.

​ເມື່ອ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ຈີ​ເລ ປະຈຳ​ຫວຽດນາມ Claudio Anderes De Negri Quintana, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຖື​ວ່າ​, ໃນ​ຊຸມປີ​ຈະ​ມາ​ເຖິງ ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຈະ​ມີ​ບາດກ້າວ​ພັດທະນາ​ກວ່າ​ອີກ. ສ່ວນ​ທ່ານ ເອກ​ອັກຄະ​ລັດຖະທູດ​ ​ຈີ​ເລ ກໍ່​ຖື​ວ່າ​ຄຽງ​ຂ້າ​ງການ​ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ, ສອງ​ຝ່າຍຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ, ການທ່ອງທ່ຽວ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ເຂົ້າ​ໃຈ​​ກ່ຽວ​ກັບ​ປະຫວັດສາດ​ຂອງ​ກັນກວ່າ, ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ຕ້ອນຮັບ​ທ່ານ Akif Ayhan ມາ​ຮັບ​ໜ້າ​ທີ່​ ເອກ​ອັກຄະ​ລັດຖະທູດ​ ​ເຕິ​ກກີ​ ປະຈຳ​​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ, ຫວຽດນາມ ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ເຕິ​ກກີ. ທ່ານ​ສະ​ເໜີ​ສອງ​ຝ່າຍ​ຄວນ​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນຳ​ກັນ. ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ ການ​ຄ້າ, ທ່ານ​ປະທານ​ຖື​ວ່າ, ຫວຽດນາມ ​ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ກັບ​ເຕິ​ກກີ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ແຕ່ 5-10 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານ ເອກ​ອັກຄະ​ລັດຖະທູດ Akif Ayhan ກໍ່​ຖື​ວ່າ, ​ເຕິ​ດກີ ຫວັງ​ວ່າ ຫວຽດນາມ​​ ແລະ ເຕິ​ກກີ ຈະ​ກ້າວ​ໄປ​ເຖິງ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

​ເມື່ອ​ໃຫ້ການ​ຕ້ອນຮັບ ເອກ​ອັກຄະ​ລັດຖະທູດຄົນ​ໃໝ່​ຂອງ​ດານ​ມາກ​ປະຈຳ​ຫວຽດນາມ Charlotte Laursen, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ​ຖື​ວ່າ, ນັບ​​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງຮອບດ້ານ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ປະ​ເທດໄດ້້ພັດທະນາ​ຢ່າງ​ວ່ອງ​ໄວ, ບົນ​ພື້ນຖານ​ການຊ່ວຍ​​ເຫຼືອ ODA ຂອງ​ດານ​ມາກ, ​ແຫລ່ງ​ໜູນ​ຊ່ວຍ​ນີ້​ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ.

​ເມື່ອ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ສປປ​ເກົາຫຼີ Kim Myong Gin , ທ່ານ​ປະທານ​ປະ​ເທດ​ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ​ກໍ່​ຖືການ​ພົວພັນ​ກັບ ສປປ ​ເກົາຫຼີເປັນ​ສຳຄັນ, ພ້ອມ​ທັງ​ສະ​ເໜີ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ນຳ​ກັນ ​ເພື່ອ​ແນ​ໃສ່​ຊອກ​ຫາ​ທິດ​ຮ່ວມ​ມື​ໃນ​ຂົງ​ເຂດ​ມີ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ.

ຊົມ​ເຊີຍທ່ານ​ນາງ​ເອກ​ອັກຄະ​ລັດຖະທູດສີ​ລັງກາ, Saranya Hasathi Urgodawatt Dissanayke, ທ່ານ​ປະທານ​ປະ​ເທດ​ຖື​ວ່າ, ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ​ນຳ​ກັນ ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ວິ​ສາ​ຫະກິດ. ບົນ​ພື້ນຖານ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ສອງ​ຝ່າຍ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ, ທ່ານ​ນາງ​ເອກ​ອັກຄະ​ລັຖະທູດ ຈະ​ປະກອບສ່ວນ​ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ນາງ​ເອກ​ອັກຄະ​ລັຖະທູດ ສີ​ລັງກາ ​ເນັ້ນ​ໜັກ​ວ່າ: ​ໃນ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ, ທ່ານ​ນາງ​ຈະ​ມານະ​ພະຍາຍາມ​ຊຸກຍູ້​ເລື່ອງ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ທັງ​ໝົດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສິກຳ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ຂຶ້ນ​ສູ້​ລະດັບ​ສູງ​ໃໝ່.

 

 

 

ຂ່າວ/ບົດ​ອື່ນ