ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານທະນາຄານໂລກ

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານທະນາຄານໂລກ - ảnh 1
ທ່ານປະທານ​ທະນາຄານ​​ໂລກ (WB) Jim Yong Kim ແລະ ທ່ານ​
ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ພາບ: Vietnam plus).

(vovworld) –  ຕອນ​ບ່າຍ​ວັນ​ທີ 23/2, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ທະນາຄານ​​ໂລກ (WB) Jim Yong Kim ພວມ​​ເຄື່ອນ​ໄຫວຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ WB ສືບ​ຕໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ ຫວຽດນາມ ​ໃນ​ເສັ້ນທາງ​ພັດທະນາ, ປະກອບສ່ວນ​ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ, ມີ​ລາຍ​ຮັບ​ສະ​ເລ່ຍສູງ​ໃນ​ປີ 2035. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຫວັງ​ວ່າ: ທະນາຄານ​​ໂລກ ຈະ​ຊ່ວຍ ຫວຽດນາມ ຊອກ​ຫາ​​ແຫຼ່ງທຶນ​ໃໝ່, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ປະຈຸ​ບັນ. ທ່ານ ​ເຈືອງ​ເຕີນ​ຊາງ, ກໍ​​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຊຶ່ງໄດ້​ສົ່ງ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ສຳລັບ ຫວຽດນາມ ​ແລະ ຫວັງ​ວ່າ​ທະນາຄານ​ໂລກ​ປະກອບສ່ວນ​ພ້ອມ​ກັບ ຫວຽດນາມ ປັບປຸງ​ສະພາບ​ແວດ​ລ້ອມ​ຕາມ​ຈິດ​ໃຈ​ຂອງ​ກອງ​ປະຊຸ​ມສາກົນ​ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ຈັດ​ຕັ້ງ​ຢູ່ ປາຣີ ​ໃນ​ປີ 2015 (COP21).  ທ່ານ​ປະທານ​ທະນາຄານ​ໂລກ (WB) Jim Yong Kim ຕີ​ລາຄາວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢັ້ງຢືນ​ວ່າ: ທ່ານ​ເອງ ​ແລະ ທະນາຄານ​ໂລກ​ຈະ​ໜູນ​ຊ່ວຍ ຫວຽດນາມ ກ້າວ​ເດີນ​ບົນໄລຍະ​ທາງ​ສຸດ​ທ້າຍ​ເພື່ອຫລຸດ​ຜ່ອນ​ຄວາມທຸກ​ຍາກ​ດ້ວຍ​ບັນດາ​​ໂຄງການ​ພ້ອມ​ກັນ​ຮ່ວມ​ມື​ປັບ​ປຸງ.
ຂ່າວ/ບົດ​ອື່ນ