ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການນະຄອນ Saint-Peterburg, ສະຫະພັນລັດເຊຍ

ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການນະຄອນ Saint-Peterburg, ສະຫະພັນລັດເຊຍ - ảnh 1
​ທ່ານປະທານປະເທດເຈືອງເຕີນຊາງ
ຕ້ອນຮັບຜູ້ວ່າການນະຄອນ Saint-Peterburg, ສະຫະພັນລັດເຊຍ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 07/12, ທີ່​ການ​ຕ້ອນ​ຮັບ​ທ່ານ Georgy Polravchenko, ຜູ້​ວ່າ​ການ​ນະ​ຄອນ Saint-Peterburg, ສະ​ຫະ​ພັນ​ລັດ​ເຊຍ, ພວມຢ້​ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ Saint-Peterburg ແມ່ນ​​ນະ​ຄ​ອນໃຈ​ກາງ​ກ່ຽວ​ກັບ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ຂອງ​ສະ​ຫະ​ພັນ​ລັດ​ເຊຍ. ຄະ​ນະ​ຜູ້​ແທນ​ນະ​ຄອນ​ພ້ອມ​ກັບ​ຄູ່​ຮ່ວມ​ມື​ຫວຽດ​ນາມ ຕ້ອງ​ເປັນ​ເອ​ກະ​ພາບ​ບັນ​ດາ​ມາດ​ຕະ​ການ​ຮ​່ວມ​ມື​ລະ​ອຽດ ເພື່ອ​ຂຸດ​ຄົ້​ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນນີ້​ໃຫ້ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ. ສ່ວນທ່ານ Georgy Polravchenko ໃຫ້​ຮ​ູ​ວ່າ, Saint-Peterburg ແມ່ນ​ນະ​ຄອນ​ແຫ່ງ​ທຳ​ອິດ​ຂອງ​ສະ​ຫະ​ພັນ​ລັດ​ເຊຍ ທີ່​ມີ​ສະ​ຖາ​ບັນ​​​ໃສ່​ຊື່​ປະ​ທານ​ໂຮ່​ຈິ​ມິນ ແລະ ປີ 2015 ກໍ​ແມ​່ນ​ປີ​​ທີ່ນະ​ຄອນ Saint-Peterburg ແລະ ນະ​ຄອນ​ໂຮ່​ຈິ​ມິນ ສະ​ເຫຼີມ​ສະ​ຫຼອງ 10 ປີ​ແຫ່ງວັນ​ແຮກ​ຊ່ຽວ. ປະ​ຈຸ​ບັນ, ມີ​ວີ​ສາ​ຫະ​ກິດ Saint-Peterburg  ​ຫຼາຍ​ແຫ່ງຮ່ວມ​ມື​ລົງ​ທຶນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເນື່ອງ​ໃນ​ໂອ​ກາດນີ້, ຜູ້​ຕາງ​ໜ້າ​ຂອງ​ກວ່າ 20 ບໍ​ລິ​ສັດຈະ​ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຈັດ​ຕ​ັ້ງ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ, ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ພະ​ລັງງານ, ເຕັກ​ໂນ​ໂລ​ຊີ​ສູງ, ສາ​ທາ​ລະ​ນະ​ສຸກ, ​ການນຳ​ເຂົ້າ​ໝາກ​ໄມ້ ແລ​ະ ຜັກ​ຈາກ​ຫວຽດ​ນາມ. 

ຂ່າວ/ບົດ​ອື່ນ