ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບລັດຖະມົນຕີກະຊວງກະສິກຳ,ປ່າໄມ້,ການປະມົງຍີ່ປຸ່ນ

ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບລັດຖະມົນຕີກະຊວງກະສິກຳ,ປ່າໄມ້,ການປະມົງຍີ່ປຸ່ນ - ảnh 1

ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບລັດຖະມົນຕີກະຊວງກະສິກຳ,ປ່າໄມ້,ການປະມົງຍີ່ປຸ່ນ
(ພາບ:google.com.vn)

(vovworld) - ຕອນ​ບ່າຍວັນ​ທີ 11/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ, ປ່າ​ໄມ້, ການ​ປະມົງ​ຍີ່​ປຸ່ນ Hayashi Yochimasa, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຕີ​ລາຄາ​ສູງ​ເນື້ອ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຍີ່ປຸ່ນ ​​ໃນຄັ້ງ​ນີ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຖື​ວ່າ​, ແນວ​ຄວາມ​ຄິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ​ລະຫວ່າງ​ສອງ​ປະ​ເທດ ດ້ວຍ​ຄວາມ​ຫວັງ​ຈະ​​ເປັນ​ຮູບ​ແບບ​ຮ່ວມ​ມື​ທີ່​ເປັນ​ແບບຢ່າງໃນ​ອາ​ຊຽນ ​ເມື່ອສຳ​ເລັດ​ຜົນ ຈະ​ໄດ້​ຮັບ​ການ​ເປີດ​ກວ້າງ​ໄປ​ສູ່​ຮູບ​ແບບ​ຮ່ວມ​ມື​ອື່ນໆ. ທ່ານ​ປະທານ​ປະ​ເທດສະ​ເໜີ​ວ່າ​, ພາຍ​ຫຼັງ​ຂໍ້​ຕົກລົງ​ລະຫວ່າງ​ກະຊວງ​ກະສິກຳ​ສອງ​ປະ​ເທດ​ໄດ້​ຮັບ​ການ​ລົງ​ນາມ ຈະ​​ຜັນ​ຂະຫຍາຍ​ໂດຍ​ໄວ, ປະກອບສ່ວນ​ເຮັດ​ໃຫ້​ຂົງ​ເຂດ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ໄວ​ກວ່າ​ອີກ.

ສ່ວນທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ, ປ່າ​ໄມ້, ການ​ປະມົງ​ຍີ່​ປຸ່ນ ​ໃຫ້​ຮູ້, ສອງ​ຝ່າຍ​ຈະ​ແລກປ່ຽນ​ວິ​ໄສ​ທັດ​ລວມ​ໄລຍະ​ຍາວ​ ໃນ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ດ້ວຍ​ຄວາມ​ຫວັງ ​ນີ້​ຈະ​ແມ່ນ​ຮູບ​ແບບ​ຮ່ວມ​ມື​ທີ່​ເປັນ​ແບບຢ່າງ​ໃນ​ອາ​ຊຽນ.

 

ຂ່າວ/ບົດ​ອື່ນ