ປະທານປະເທດເຈືອງເຕີນຊາງຕ້ອນຮັບຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ

ປະທານປະເທດເຈືອງເຕີນຊາງຕ້ອນຮັບຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ - ảnh 1
ປະທານປະເທດເຈືອງເຕີນຊາງຕ້ອນຮັບຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ

(vovworld) – ​ ​​ຕອນ​ບ່າຍ​ວັນ​ທີ 20/3, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ໄທ ທະ​ນະ​ສັກ ປະ​ຕິ​ມາ​ປ​ຣາ​ກອນ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເປັນ​ປະ​ທາ​ນ​ຮ່ວມ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດ​ນາມ - ໄທ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ໄທ, ບົນ​ຈ​ິດ​ໃຈ​ນັ້ນ, 2 ຝ່າຍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ໄທ​ຂອງ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເມື່ອ​ປີ 2013. 2 ຝ່າຍ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະ​ຈຳ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຄື ເສດ​ຖະ​ກິດ, ການ​ລົງ​ທຶນ, ການ​ຄ້າ, ແຮງ​ງານ…ທ່ານ​ປະ​ທານ​ປະ​ເທດເຊື່ອ​ໝັ້ນ​ວ່າ: ບົນ​ພື້ນ​ຖານນັ້ນ, ພ້ອມ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຮ່ວມ​ມື 2 ຝ່າຍ​ຄັ້ງ​ທີ 2, ຈະ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ປາດ​ຖະ​ໜາ​ວ່າ: ໄທ ສືບ​ຕໍ່​ສວມ​ບົດ​ບາດ​ໃຫຍ່ຫຼວງ​ກ່​ວາ​ໃນ​ກ​ຸ່ມ ອາ​ຊຽນ ແລະ ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ເພື່ອ​ແນ​ໃສ່​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຄົມ​ບົນ​ພື້ນ​ຖານ​ກົດ​ບັດ ອາ​ຊຽນ, ພ້ອມ​ທັງ​ດ້ວຍ​ບົດ​ບາດ​ເປັນ​ຜູ້​ປະ​ສານ​ງານ ອາ​ຊຽນ - ຈີນ, ໄທ ມີ​ສຽງ​ເວົ້​າ​ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ຈິດ​ໃຈ​ກົດ​ໝາຍ​ສາ​ກົນ, ຖະ​ແຫຼງ​ການ​​ກ່ຽວ​ກັບ​ກັບ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ມວນ​ກົດ​ໝາຍ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ແຈ້ງ​ບາງ​ໝາກ​ຜົນ​ຂອງວາ​ລະ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ໄທ ທະ​ນະ​ສັກ ປະ​ຕິ​ມາ​ປ​ຣາ​ກອນ ໃຫ້​ຮູ້​ວ່າ: 2 ຝ່າຍ​ຈະ​ກວດ​ກາ​ຄືນ​ທຸກໆ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ເມືອງ, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ແນ​ໃສ່​ວາງ​ອອກ​ທິດ​ທາ​ງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ