ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຮອງນາຍົກລັດຖະມົນຕີລັດເຊຍ

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຮອງນາຍົກລັດຖະມົນຕີລັດເຊຍ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​
ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີລັດ​ເຊຍ I.Su – V – Lop
(ພາບ: TTXVN)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 15/12 ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຜູ້​ທີ 1 ສະ​ຫະ​ພັນ ລັດ​ເຊຍ I.Su – V – Lop, ຊຶ່ງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີວ່າ: ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຄັ້ງ​ນີ້, 2 ຝ່າຍ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ລະອຽດ​​ແລະ ​ແທດ​ຈິງ, ສຳ​ຫລວດ​ກວດກາ, ​ແກ້​ໄຂ​ບັນດາ​ຄວາມຫຍຸ້ງ​ຍາກ​ສິ່ງທີ່​ຍັງ​ຄົງ​ຄ້າງ, ນຳສະ​ເໜີ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ພັດທະນາ​ບັນດາ​ໂຄງການ​ຮ່ວມ​ມື​ຈຸ​ດສຸມ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດ​ເຊຍ I.Su – V – Lop ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ ​ເພື່​ອປະຕິບັດ​ບັນດາລະບຽບ​ການ​ໂດຍຈຳ​ເປັນ ​ເພື່ອ​​ໃຫ້ສັນຍາ​ການ​ຄ້າ​ເສດຖະກິດ ອາຊີ - ​ເອີ​ລົບ ມີ​ຜົນ​ສັກສິດ​ໂດຍ​ໄວ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ລັດ​ເຊຍ ປາດ​ຖະໜາ​ວ່າ: ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ TPP ຈະ​ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພົວພັນ​​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ