ປະທານປະເທດເຈືອງເຕີ້ນຊາງຖະຫວາຍທູບທຽນອາໄລຫາທະນາຍຄວາມ ຫງວຽນຮິ້ວເຖາະ

ປະທານປະເທດເຈືອງເຕີ້ນຊາງຖະຫວາຍທູບທຽນອາໄລຫາທະນາຍຄວາມ ຫງວຽນຮິ້ວເຖາະ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈ​ືອງ​ເຕີ້ນ​ຊາງ ປູກ​ຕົນ​ໄມ້​ເປັນ​ທີ່​ລະ​ນຶກ​ຢູ່ເຂດ​ອະ​ນຸ​ສອນ​ສະ​ຖານ​ນັກ​ທະ​ນາຍ​ຄວາມ ຫງວຽນ​ຮິ້ວ​ເຖາະ


(vovworld)- ຕອນ​ເຊົ້າ​ວັນ​ທີ 1/8, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈ​ືອງ​ເຕີ້ນ​ຊາງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ນັກ​ທະ​ນາຍ​ຄວາມ ຫງວຽນ​ຮິ້ວ​ເຖາະ, ລູກ​ສິດ​ຜູ້​ດີ​ເດັ່ນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ແລະ ເປັນ​ລູກ​ຮັກ​ດີ​ເດັ່ນຂອງແຂວງ​ລອງ​ອານ ຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ​ນັກ​ທະ​ນາຍ​ຄວາມ ຫງວຽນ​ຮິ້ວ​ເຖາະຊຶ່ງ​ຫາ​ກໍ​ເປີດ​ສະຫຼອງ​ເມື່ອ​ວັນ​ທີ 29/7ທີ່​ຜ່ານ​ມາຢູ່​ເມືອງ​ເບັ້ນ​ລຶກ, ແຂວງ​ລອງ​ອານ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈ​ືອງ​ເຕີ້ນ​ຊາງ ໄດ້​ຈົດ​ໃສ່​ປຶ້ມ​ທີ່​ລະ​ນຶກ​ຊຶ່ງ​ມີ​ຕອນ​ຂຽນ​ວ່າ : “​ນັກ​ທະ​ນາຍ​ຄວາມ ຫງວຽນ​ຮິ້ວ​ເຖາະ-ຜູ້​ຮັກ​ສາ​ການ​ປະ​ທານ​ປະ​ເທດ ສ.ສ ຫວຽດ​ນາມ ມີ​ຊີ​ວິດ​ພ້ອມ​ກັບ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ​ຕະຫຼອດ​ກາ​ລະ​ນານ”. ໂດຍ​ແມ່ນ​ນັກ​ປັນ​ຍາ​ຊົນ​ທີີ່​ມີ​ຊື່​ສຽງ, ​ນັກ​ທະ​ນາຍ​ຄວາມ ຫງວຽນ​ຮິ້ວ​ເຖາະ ບໍ່​ສະ​ແຫວງ​ຫາຜົນ​ປະ​ໂຫຍດ, ອຸ​ທິດ​ສ່ວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ກໍ​ຄື​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາ​ດ.
ຂ່າວ/ບົດ​ອື່ນ