ປະທານປະເທດເຈືອງເຕີນຊາງຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ

ປະທານປະເທດເຈືອງເຕີນຊາງຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ - ảnh 1
ທ່ານ​ປະທານປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​
ຖະຫວາຍ​ທູບ​ທຽນ​, ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ເຈົ້າ​ຊີວິດ​ຮຸ່ງ
(ພາບ: nhandan.com.vn)


(vovworld) - ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ບຸນປີ​ໃໝ່ ປີມະ​ເມຍ 2014, ຕອນ​ເຊົ້າ​ວັນ​ທີ 26/01, ທ່ານ​ປະທານປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ໄປຖະຫວາຍ​ທູບ​ທຽນ​, ອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ຢູ່​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ພິ​ເສດ​ແຫ່​ງຊາດ ວິຫານ​ຮຸ່ງ, ​ແຂວງ ຟຸ໋ທໍ໋. ທີ່​ວັງ​ ກິ໋ງທຽນ, ຢູ່ຈອມ​ພູ ຫງີ້າຍລິ້ງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ບັນດາ​ການ​ນຳ​ແຂວງ ຟຸ໋ທໍ້ ​ແລະ ຄະນະ​ຜູ້​ແທນ​ໄດ້​ຖະຫວາຍ​ດອກ​ໃມ້, ທູບ​ທຽນ, ເຄື່ອງ​ຂອງ​ບູຊາ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ, ພາວະນາໃຫ້​ປະ​ເທດຊາດ​ເຂັ້ມ​ແຂງ, ປະຊາຊົນ​ເຮັ່ງ​ມີ, ສີວິ​ໄລ, ມີ​ຄວາມ​ສະຫງົບ​ສຸກ ​ແລະ ປະຊາຊົນ, ປະ​ເທດ​ຊາດໝັ້ນ​ຄົງ​ຕະຫຼອດ​ໄປ. ທົ່ວ​ທັງຊາດ​ຫວຽດນາມ ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ສາມັກຄີນຳ​ກັນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ສ້າງສາ​ປະ​ເທດ ຫວຽດນາມ ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ; ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ປ່ຽນ​ແປງ​ໃໝ່, ນຳ​ປະ​ເທດ​ຊາດ​ເຊື່ອງ​ໂຍງ ​ແລະ ພັດທະນາ ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮ່ັງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ຍຸຕິ​ທຳ, ສີ​ວີ​ໄລ. ພາຍຫຼັງ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເຂົ້າ​ຊີວິດ ຮຸ່ງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ໄປ​ວາງ​ພວງ​ມາລາ, ​ໃຕ້​ທູບ​ທຽນ​ບູຊາ​ບັນພະບູລຸດຢູ່ວິຫານ​ພະ​ບິດາ ລາກ​ລອງ​ກວນ ​ແລະ ພະ​ແມ່​ເອົາ​ເກີ.
   ໃນ​ວັນ​ທີ 27/1, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ້​ນຊາງ ກໍ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ບູຊາ​ອາ​ໄລ​ຫາ​ທ່ານ​ປະທານ​ໂຮ່ຈິ​ມິນ​ຢູ່​ເຂດ​ອະນຸສອນ​ສະຖານ​ຂອງ​ເພິ່ນ, ທ່່ານຍັງ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ​ແລະ ກວດກາ​ວຽກ​ງານຝຶກແອບ, ກຽມພ້ອມສູ້ຮົບຢູ່ກອງພັນໃຫຍ່ 61 - ກອງພົນ 361, ເຫຼົ່າທັບປ້ອງກັນອາກາດ. 

ຂ່າວ/ບົດ​ອື່ນ