ປະທານປະເທດເຈືອງເຕີນຊາງປຸກລະດົມບຸນເຕັດປູກຕົ້ນໄມ້

ປະທານປະເທດເຈືອງເຕີນຊາງປຸກລະດົມບຸນເຕັດປູກຕົ້ນໄມ້ - ảnh 1
(ປະທານປະເທດເຈືອງເຕີນຊາງປຸກລະດົມບຸນເຕັດປູກຕົ້ນໄມ້)

(vovworld) –​ ​ ​ຕອນ​ເຊົ້າ​ວັນ​ທີ 15/02, ຢູ່​ແຂວງ ຕວຽ​ນກ​ວາງ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ສົມ​ທົບ​ກັບ​ແຂວງ ຕວ​ຽນ​ກວາງ ຈັດ​ຕ​ັ້ງ​ພິ​ທີ​ປຸກ​ລ​ະ​ດົມ “ບຸນ​ເຕັດ​ປ​ູກ​ຕົ້ນ​ໄມ້​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ປະ​ທານ​ໂຮ່​ຈ​ິ​ມິນ​ ຕະ​ຫຼອດ​ໄປ”, ຢູ່ຕາ​ແສງ ຮ່​ວາງ​ຄາຍ, ເມືອງ​ອຽນ​ເຊີນ, ແຂວງ ຕວ​ຽ​ນ​ກວາງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ ບຸນ​ເຕັດ​​ປູ​ກ​ຕົ້​ນ​ໄມ້ ໄດ້​ກ່າຍ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ຍາມ​ບຸນ​ເຕັດ, ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່.

      “ຂ້າ​ພະ​ເຈ​ົ້າ​ຮຽກ​ຮ້ອງ​ໃຫ້​ທຸກ​ຂັ້ນ, ທຸ​ກ​ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງໆ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ 2016, ຈົ່ງ​ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄ​ມ້, ປູ​ກ​ປ່າ. ພ້ອ​ມ​ທັງ​ຍົກ​ສູງ​ສະ​ຕິ​ປົກ​ປັກ​ຮັກ​ສາ​ປ່າ, ​ສະ​ກັດ​ກັ້ນ​ການຂຸ​ດ​ຄົ້ນ​ປ່າ​ຢ່າງ​ຜິດ​ກົດໝາຍ. ເຮັດ​ສິ່ງ​ດັ່ງ​ກ່າວ​​ເປັນ​ຢ່າງ​ດີແມ່ນ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ, ທັງ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສ​ດ​ຖະ​ກິດ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍ​ົກ​ສູງ​ຄຸນ​ນະ​ພາບ​ລົງ​ຊີ​ວິດການ​ເປັນ​ຢູ່​ຂ​ອງ​ປະ​ຊາ​ຊົນ, ທັງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອ​ມ​ດຳ​ລົງ​ຊີ​ວິດ​ແບບ​ຍືນ​ຍົງ​ໃຫ້​ລູກ​ຫຼານ​ໃນ​ອະ​ນາ​ຄົດ”.

ຂ່າວ/ບົດ​ອື່ນ