ປະທານປະເທດເຈືອງເຕີນຊາງພົບປະກັບບັນດາການນຳເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາຟະລິກາ

ປະທານປະເທດເຈືອງເຕີນຊາງພົບປະກັບບັນດາການນຳເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາຟະລິກາ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ
(ພາບ: VOV)

(vovworld) –  ​ໃນ​ຕອນ​ບ່າຍ​ວັນ​ທີ 23/4, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສືບ​ຕໍ່​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ແລະ ວາ​ລະ​ອັດ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ອາ​ຟະ​ລິ​ກາ, ດຳ​ເນີນ​ໄປ​ຢູ່​ ອິນ​ໂດ​ເນ​ເຊຍ​. ຢູ່ນອກກອ​ງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ມີ​ການ​ແລກ​ປ່ຽນ, ພົບ​ປະ​ກັບ​ບັນ​ດາ​ການ​ນຳ, ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ​ເຂົ້າ​ຮ່ວມກອງ​ປະ​ຊຸມ ອາ​ຊີ - ອາ​ຟະ​ລິ​ກາ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ​້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ​ເລິກ​ເຊິ່ງ​, ກ້​ວາງ​ຂ​ວາງກ່​ວາ​ອີກ, ໃນ​ນັ້ນ​ເນ​ັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ​ການພົບ​ປະ​ຂັ້ນ​ສ​ູງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ຢັ້ງ​ຢືນວ່າ: ຍີ່​ປຸ່ນ​ ສືບ​ຕໍ່​ຮັກ​ສາ​​ການ​ຊ່ວຍ​ເຫຼືອ​ທຶນ ODA ໃຫ້​ແກ່ ຫວຽດ​ນາມ ຢ​ູ່​ໃນ​ລະ​ດັບ​ສູງ​ສຸດ, ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ…

        ທີ່​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: 2 ຝ່າຍ​ຄວນ​ພ້ອມ​ກັນ​ແກ​້​ໄຂ​ສິ່ງ​ຄົງ​ຄ້າງ, ຊຸກ​ຍູ້​ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ຂຶ້ນ​ເຖິງ 18 ຕື້ USD ໃນ​ປີ 2018. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ 2 ທ່ານຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ, ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​​ເຮືອຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​​ໂດຍ​ສັນ​ຕິ​ວິ​ທີບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ບໍ່​ນຳ​ໃຊ້​ອາ​ວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ບໍ່​ເຮັດ​ໃຫ້​ສະ​ພາບ​ການ​ປ່ຽນ​ແປງ​ໄປ, ສ້າງ​ສຳ​ເລັດ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (COC) ໂດຍ​ໄວ.

        ໃນ​ການ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຢິບ Ibrahim Mahlab, ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ ຢັ້ງ​ຢືນວ່າ: ອີ​ຢິບ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຫວຽດ​ນາມ ຢູ່ ອາ​ຟະ​ລິ​ກາ ແລະ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ອີ​ຢິບ ໃນ​ຂົງ​ເຂດ​ການ​ຄ້າ, ສົ່ງ​ເສີມ​ການ​ລົງ​ທຶນ, ໂທ​ລະ​ຄົມ, ນ້ຳ​ມັນ​ອາຍ​ແ​ກັດ… ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 1 ຕື້USD.

        ເມື່ອ​ແລກ​ປ່ຽນ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ເກົາ​ຫຼີ Hwang Woo Yea, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: 2 ຝ່າຍ​ຄວນ​ສ້າງ​ສຳ​ເລັດ​ບັນ​ດາ​ລະ​ບຽບ​ການ​ທີ່​ຈຳ​ເປັນ​ເພື່ອ​ເຊັນ​ສັນ​ຍາ​ການ​ຄ້າ ເສ​ລີ ຫວຽດ​ນາມ - ສ. ເກົາຫຼ​ີ ໂດຍ​ໄວ, ຫຼັງ​ຈາກນັ້ນ​ໄດ້​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້ 2 ປະ​ເທດ​ກາຍ​ເປັນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບໜຶ່ງ​ຂອງ​ກັນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມາ​ຣົກ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງກ​ະ​ໂປ, ປາ​ແລດ​ສະ​ຕີນ, ກ​ຳ​ປູ​ເຈຍ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ທອງ​ລຸນ ສີ​ສຸ​ລິດ.

        ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະ​ພາ​ບໍ​ລິ​ຫານ​ງານ UNESCO (2015 – 2019), ສ​ະ​ພາ​ເສດ​ຖະ​ກິດ​ສັງ​ຄົມ ສ​ປ​ຊ (2016-2018) ແລະ ກຳ​ມະ​ການບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ (2020 – 2021).

 


ຂ່າວ/ບົດ​ອື່ນ