ປະທານປະເທດເຈືອງເຕີ໋ນຊາງພົບປະກັບປະທານພັກປະຕິວັດຕານຊານີ

ປະທານປະເທດເຈືອງເຕີ໋ນຊາງພົບປະກັບປະທານພັກປະຕິວັດຕານຊານີ - ảnh 1
ທ່ານ​ເຈືອງ​ເຕີ໋ນຊາງ ​ພົບ​ປະ​ກັບ​ທ່ານ​ປະທານ​ພັກ​ປະຕິວັດ
ຕານ​ຊາ​ນີ Jakaya Mrisho Kikwete
(ພາບ: TTXVN)

(vovworld) - ວັນ​ທີ 10/3, ຢູ່​ນະ​ຄອນ Dar Es Salaam ທ່ານປະ​ທານ​ປະ​ທານຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ພ້ອມ​ດ້ວຍ​ຄະ​ນະໄດ້​ໄປ​ຢ້ຽມ​ຢາມ​ເຂດ​ເສດ​ຖະ​ກິດ​ພິ​ເສດ Benjamin. ນະ​ທີ່​ນີ້, ທ່ານປະ​ທານ​ປະ​ທານຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຕານ​ຊາ​ນີ ແລະ ຖື​ວ່າໃນ​ໄລ​ຍະ​ເລີ່ມ​ຕົ້ນ, ​ຕານ​ຊາ​ນີໄດ້​ບັນ​ລຸຫຼາຍ​ຜົນ​ງານ​ໃນ​ການ​ດຶງ​ດູດ​ແຫຼ່ງ​ກຳ​ລັງ​ຈາກ​ຕ່າງ​ປະ ​ເທ​ດ, ມີ​ແຫຼ່ງ​ສິນ​ຄ້າ​ເພື່ອ​ສົງ່ອ​ອກໄປ​ຍັງ​ບັນ​ດາ​ປະ​ເທດ​ໃກ້​ຄຽງ.
     ສ່ວນ​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ພັກ​ປະຕິວັດ ຕານ​ຊາ​ນີ (CCM) Jakaya Mrisho Kikwete ​ໃນ​ຕອນ​ບ່າຍ​ວັນ​ທີ 09/03 (ຕາ​ເວລາ​ທ້ອງ​ຖິ່ນ). ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ຊົມ​ເຊີຍ​ໄຊຊະນະ​ຂອງພັກ CCM ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ເມື່ອ​ເດືອນ 10/2015 ​ແລະ ​ແຈ້ງ​ໃຫ້​ຊາບ​ໝາກຜົ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ . ທ່ານ​ປະທານ​ປະ​ເທດ​ຂອບ​ອົກ​ຂອບ​ໃຈຄວາມ​ສະໜັບສະໜູນ​ຂອງ​ພັກ CCM, ລັດຖະບານ ​ແລະ ປະຊາຊົນ ຕານ​ຊາ​ນີ ທີ່​ສະຫງວນ​ໃຫ້ ຫວຽດນາມ ​ໃນ​ພາລະກິດຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດກ່ອນນີ້, ກໍ່​ຄື​ໃນ​ພາລະກິດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຄື​ປະຈຸ​ບັນ ​ແລະ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ປະ​ເທດ ອາ​ຟຣີກາ, ​ໃນ​ນັ້ນ​ມີ ຕານ​ຊາ​ນີ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຈະ​ຊ່ວຍ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນໆ​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ.

        ສ່ວນ​ທ່ານ​ປະທານ​ພັກ​ປະຕິວັດ ຕານ​ຊາ​ນີ (CCM) Jakaya Mrisho Kikwete ​​ເນັ້ນ​ໜັກ​ວ່າ: ຕານ​ຊາ​ນີ ປາດ​ຖະໜາ​ຢາກ​ຮ່ຳຮຽນ​ເອົາ​ບົດຮຽນ​ພັດທະນາ​ຂອງ ຫວຽດນາມ; ພ້ອມ​ທັງ​ຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ 2 ພັກ​ຈະ​ປະກອບສ່ວນ​ສຳຄັນ​ໃຫ້ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ ຕານ​ຊາ​ນີ - ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ.

  ແລະ ກໍໃນ​ຕອນ​ຄ່ຳ​ວັນ​ທີ 9/3, ທ່ານປະ​ທານ​ປະ​ທານຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Ali Mohamed Shein ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຕານ​ຊາ​ນີ ທັງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ເຂດເຄິ່ງ​ປົກ​ຄອງ​ດ້ວຍ​ຕົນ​ເອງ Zanzibar. ທີ່​ການ​ຕ້ອນ​ຮັບ, ທ່ານປະ​ທານ​ປະ​ທານຫວຽດ​ນາມ ເຈືອງ​ເຕີ້ນ​ຊາງຢືນ​ຢັນ​ວ່າ ຫວຽດ​ນາມ​ພ້ອມ​ແລ້ວ​ໃຫ້​ການ​ຮ່ວມ​ມື​ກັບ Zanzibar ໃນ​ບັນ​ດາ​ຂົງ​ເຂດ​ທີ່ 2 ຝ່າຍ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ. ສ່ວນປະ​ທາ​ນາ​ທິ​ບໍ​ດີ​ເຂດເຄິ່ງ​ປົກ​ຄອງ​ດ້ວຍ​ຕົນ​ເອງ Zanzibar ໃຫ້​ຮູ້​ວ່າ ຕານ​ຊານີ​ເວົ້າ​ລວມ ແລະ ​ເຂດເຄິ່ງ​ປົກ​ຄອງ​ດ້ວຍ​ຕົນ​ເອງ Zanzibar ເວົ້າ​ສະ​ເພາະ​ມີ​ຄວາມ​ຫວັງ​ຢາກ​ຖອດ​ຖອນ​ບົດ​ຮຽນຈາກ​ຫວຽດ​ນາມ​ໃນ​ການ​ຜະ​ລິດ​ເຂົ້າ, ຈັບ​ຫາ, ລ້ຽງ​ປູກ​ສິນ​ໃນ​ນ້ຳ. Zanzibar ພ້ອມ​ແລ້ວຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ເຂົ້າ​ມາ​ລົງ​ທຶນ​ຢູ່​ປະ​ເທດ​ຕົນ.

ຂ່າວ/ບົດ​ອື່ນ