ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ - ảnh 1

ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ໂຮ່ຈີ​ມິນ

(vovworld) – ຕອນ​ເຊົ້າ​ວັນ​ທີ 26/6, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ ຊຸດ​ທີ 13 ​ໂດຍ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ນຳ​ໜ້າ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7.

    ທີ່​ການ​ພົບ​ປະ, ຜູ້​ມີສິດ​ເລືອກ​ຕັ້ງ​ນະຄອນ​ໂຮ່ຈີ​ມິນ ​ໄດ້ຕີ​ລາຄາ​ສູງ​ເລື່ອງ​ບັນດາ ສສຊ ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື ​ແລະ ມີ​ຄຳ​ເຫັນ​ປະກອບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ເຂົ້າ​ໃນ​ບັນດາ​ຮ່າ​ງກົດໝາຍ​ທີ່ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຊີວິດ​ການເປັນຢູ່ຂອງ​ປະຊາຊົນ. ​ຄຽງ​ຂ້າງ​ນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ກໍ່​ສະ​ແດງ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງການ​​ປ່ຽນ​ໃໝ່ການ​ສຶກສາ, ບັນດາ​ບັນຫາ​ເສດຖະກິດ, ສັງຄົມ, ງົບປະມານ​ແຫ່ງ​ລັດ​ກໍ່​ຄື​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາ​ມສະຫງົບ.

    ຕໍ່​ໜ້າ​ຄວາມ​ສົນ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ກ່າ​ວຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ອີກ​ເທື່ອໜຶ່ງ​ຢັ້ງຢືນ​ທັດສະນະ​ຂອງ ຫວຽດນາມ ​ແມ່ນ​ຮັກຫອມ​ສັນຕິພາບ, ມິດຕະພາບ, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ​ມິດ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ​ໂດຍ​ອີງ​ໃສ່​ຄວາມ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ. ຫວຽດນາມ ບໍ່​​ອາໄສ​ບໍ່​ວ່າ​ປະ​ເທດ​ໃດ. ຫວຽດນາມ ຕັດສິນ​ໃຈປະຕິບັດຕາມ​ແນວທາງ​ນີ້​ຢ່າງເລິກ​ເຊິ່ງ ​ແລະ ປະກົດ​ຜົນ​ເປັນ​ຈິງ. ​ໃນ​ສະພາບ​ການ​ປະຈຸ​ບັນ, ທ່ານ​ປະທານ​ປະ​ເທດ ຖື​ວ່າ: ປະຊາຊົນ​ແຕ່ລະຄົນ, ​​ແຕ່ລະຂັ້ນ, ແຕ່ລະ​ຂະ​ແໜງ​ການ.​.​.​ ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​​ໃຈ, ສາມັກຄີ​ເພື່ອ​ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ