ປະທານປະເທດເຈືອງເຕີ໋ນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີ໋ນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລ​ືອກຕັ້ງນະຄອນ ​ໂຮ່ຈີ​ມິນ
(ພາບ: Dantri.com.vn)

(vovworld) - ​ ​ໂດຍ​ສືບ​ຕໍ່​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 04/03, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລ​ືອກຕັ້ງນະຄອນ ​ໂຮ່ຈີ​ມິນ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​​ໄດ້​ຮັບ​ຮູ້​ບັນດາ​ຄຳ​ເຫັນຢ່າງສຸດ​ຈິດ​ສຸດ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອມ​ທັງຫວັງ​ວ່າ: ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ ອອກ​ແຮງ​ກໍ່​ສ້າງ​ອຳ​ນາດ​ການ​ປົກຄອງ ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ. ທ່ານ​ປະທານ​ປະ​ເທດສະ​ເໜີ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຕັ້ງໜ້າ​ເຂົ້າ​ຮ່ວມ​ເລືອກ​ຕັ້ງ, ສະຫຼາດ​ສ່ອງ​ໃສ​ເລືອກ​ເຟັ້ນບັນດາ​ຜູ້​ທີ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ມີພູມ​ປັນຍາ​ ​ເພື່ອ​ປະຊາ​ຊົນ​ເພື່ອ​ປະ​ເທດຊາດ, ພ້ອມທັງ​ສືບ​ຕໍ່​ປະກອບສ່ວນ​ບັນດາ​ຄຳ​ເຫັນທີ່​ຖືກຕ້ອງ​ຊັດ​ເຈນ​ກັບ​ບັນດາ​ຜູ້​ແທນ ​ເພື່ອ​ໃຫ້​ອາຍຸ​ການ​ຕໍ່​ໄປ​ຈະ​​ເຄື່ອນ​ໄຫວ​ຢ່າງມີ​ປະສິດທິ​ຜົນ​ກ່ວາ.

 

ຂ່າວ/ບົດ​ອື່ນ