ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງເມືອງ1,ນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງເມືອງ1,ນະຄອນໂຮ່ຈີມິນ - ảnh 1
ພາບປະກອບ

(vovworld) – ​ໂດຍ​ປະ​ຕິ​ບັດ​ຕາມໂຄງການພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ວັນ​ທີ 3/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຫົວໜ່ວຍ​ເລ​ືອກຕັ້ງ​​ເລກ 1, ຄະນະ ສສຊ ນະຄອນ ​ໂຮ່ຈີ​​​ມິນ, ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1. ທີ່​ການ​ພົບ​ປະ, ສສຊ ​ເຈີ່ນ​ຢູ​ລີກ ຕາງໜ້າ​ໃຫ້​ໜ່ວຍ ສສຊ ລາຍ​ງານ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບາງ​ເນື້ອ​ໃນ​ຕົ້ນ​ຕໍຂອງ​ກອງ​ປະຊຸມສະ​ໄໝ​ສາມັນ​ຄັ້ງ​ທີ 11, ຈະ​ຈັດ​ຕັ້ງ​​​ໃນ​ວັນ​ທີ 21/3 ຫາ​ວັນ​ທີ 14/4 ຈະ​ມາ​ເຖິງ.

        ​ໂດຍ​ຕາງໜ້າ​​ໃຫ້ໜ່ວຍ ສສຊ ຮັບ​​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ຕີ​ລາຄາ​ສູງ​ບັນດາ​ຄຳ​ເຫັນ​ອັນສຸດ​ຈິດ​ສຸດ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ຕະຫຼອດ​ອາຍຸ​ການ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ: ບັນດາຜູ້​ມີ​ສິດ​ເລືອກ ສືບ​ຕໍ່​ເສີມ​ຂະຫຍາຍ​ຈິດ​ໃຈ​ປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ຈິງ​ໃຈ​ເພື່ອ​ສ່ອງ​ແສງ​​ເຖິງ​ບັນດາ ສສຊ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ອາຍຸ​ການ​ໃໝ່​ໃຫ້​ທັນ​ເວລາ. ທ່ານ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ຄະນະ ສສຊ ສືບ​ຕໍ່​ເຮັດ​ລ້ອນໜ້າ​ທີ່​ຮັບຜິດ​ຊອບຈົນຮອດ​​ເວລາ​ສິ້ນ​ສຸດ​ອາຍຸ​ການ ​ແລະ ສືບ​ຕໍ່​ສົມທົບ​ກັບນະຄອນ​ພ້ອມ​ກັບ​ຄະນະ ສສຊ ອາຍຸ​ການ​ຈະ​ມາ​ເຖິງ ​ແກ້​ໄຂບັນດາທີ່​ສິ່ງ​ຍັງ​ຄົງ​ຄ້າງ​ຕາມ​ການ​ສ່ອງ​ແສງ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ປະທານ​ປະ​ເທດ ກໍ່​ໃຫ້​ຮູ້​ວ່າ: ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອສຸດ​ທ້າຍ ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລື​ບົດ​ລາຍ​ງານ​ສະຫລຸບ​ອາຍຸ​ການ​ຂອງ​ປະທານ​ປະ​ເທດ, ລັດຖະບານ, ສານ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ສູງ​ສຸ​ດ.

                                                                


ຂ່າວ/ບົດ​ອື່ນ