ປະທານປະເທດເຈືອງເຕີນຊາງພົບ​ປະຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີນຊາງພົບ​ປະຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ - ảnh 1
ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1
(ພາບ: vtc)

(vovworld) – ໂດຍ​ປະ​ຕິ​ບັດ​​ແຜນການ​​ເຄື່ອນ​ໄຫວພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍຫຼັງ​ກອງ​ປ​ະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ວັນ​ທີ 29/6, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ນະ​ຄອນ​ໂຮ່​ຈີ​ມິນ ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1 ແລະ ເມືອງ 3 ນະ​ຄອນ​ໂຮ່​ຈີ​ມິນ. ຜູ້​ມີ​ສ​ິດ​ເລືອກ​ຕັ້ງຫຼາຍ​ຄົນ​ຖື​ວ່າ: ສ​ສ​ຊ ທີ່ກອງ​ປະ​ຊຸມນີ້​ໄດ້​​ສັງ​ເກດ, ຕີ​ລາ​ຄາ​​ຢ່າງ​ກົງ​ໄປ​ກົງ​ມາກ່ຽວ​ກັບ​ສະ​ພາບ​​ຕົວ​ຈ​ິງ, ມາດ​ຕະ​ການ​ສະ​ກັດ​ກັ້ນ​ການ​ຕັດ​ສິນ​ລົງ​ໂທດ​ຢ່າງ​ຜິດ​ພາດໃນ​ການ​ເຄື່ອ​ນ​ໄຫວ​ດຳ​ເນີ​ນ​ຄະ​ດີ​ອາ​ຍາ.

        ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຕ​ີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ເຫັນ​ທີ່ສຸດ​ຈິ​ດ​ສຸດ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຕອບ​ຄຳ​ຖາມ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ກໍ່​ຄື​ການ​ປົກ​ປັກ​ຮັກ​ສາ​ຊາວ​ປະ​ມົງ, ທ່ານ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ບັນ​ຫາ​ອະ​ທິ​ປ​ະ​ໄຕ​ແມ່ນ​ສັກ​ກະ​ລະ​ບູ​ຊາ, ຫວຽດ​ນາມ ໄດ້​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພ້ອ​ມ​ທັງ​ດຳ​ເນີນຫຼາຍ​ມາດ​ຕະ​ການ​ຕໍ່​ສູ້. ພັກ, ລັດ ຍາມ​ໃດ​ກໍ່​ມີ​ນະ​ໂຍ​ບາຍ​ປົກ​ປ້ອງ, ໜູນ​ຊ່ວຍເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາ​ວ​ປະ​ມົງ​ທຳ​ມະ​ຫາ​ກິນ​ເປັນ​ປົກ​ກະ​ຕິ​ບົນ​ທະ​ເລ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກ່າວ​ວ່າ:

        “ເບິ່ງ​ແຍງ​​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະ​ມົງ​ແມ່ນ​ຈຸດ​ສຸມ​ຂອງ​ຍຸດ​ທະ​ສາດ​ທະ​ເລ​ຂອງ ຫວຽດ​ນາມ. ນີ້​ແມ່ນ​ວຽກ​ງານ​​ທີ່ໄດ້ ແລະ ພວມ​​ປະ​ຕິ​ບັດ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ບາງ​ແຂວງ​ແຄມ​ທະ​ເລ ແລະ ໄດ້​ເຫັນ​ວ່າ​ຈຳ​ນວນ​ກ່ຳ​ປັ່ນ​ໄດ້​​ຮັບ​ການໜູນ​ຊ່ວຍ​ຕໍ່​ໃໝ່, ​ສ້ອມ​ແປງ​ໃນ​ແຕ່​ລະ​ປີ​ໄດ້​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ແຕ່​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານບໍ່​ທັນ​ອຸ່ນ​ອ່ຽນ​ໃຈ ແລະ ໄດ້​ສະ​ໜອງ​ຈຳ​ນວນ​ເງິນ​ນັບ​ພັນ​ຕື້​ດົ່ງ​ເພື່ອ​ໜູນ​ຊ່ວຍ​ຊາວ​ປະ​ມົງຕໍ່​ກຳ​ປັ່ນ​ໃໝ່​ດ້ວຍ​ຄ່າດອກ​ເບ້ຍ​ບຸ​ລິ​ມະ​ສິດ. ສ່ວນ​ກ​່ຳ​ປັ່ນທີ່​ຖືກ ຈີນ ຫຼື ບັນ​ດາ​ປະ​ເທດ​ອື່ນໆ​ກໍ່​ຄວາມ​ເສຍ​ຫາຍ​ລ້ວນ​ແຕ່​ໄດ້​​ຮັບ​ການໜູ​ນ​ຊ່ວຍ​ໃນ​ທັນ​ທີ. ພໍ່​ແມ່​ປະ​ຊາ​ຊົນ​​​ຈະອຸ່ນ​ອ່ຽນ​ໃຈ, ພວກ​ຂ້າ​ພະ​ເຈົ້າ​ເອ​ົ​າ​ໃຈ​ໃສ່​ເຖິງ​ບັນ​ຫານີ້.”


ຂ່າວ/ບົດ​ອື່ນ