ປະທານປະເທດເຈືອງເຕີ໋ນຊາງພົບປະສັງສັນກັບອະດີດນັກໂທດປະຕິວັດຖືກຈັບ ຂັງ

ປະທານປະເທດເຈືອງເຕີ໋ນຊາງພົບປະສັງສັນກັບອະດີດນັກໂທດປະຕິວັດຖືກຈັບ ຂັງ - ảnh 1
ທ່ານປະທານ​ປະ​ເທດ  ​ເຈືອງ​ເຕີ໋ນຊາງ ​ພົບ​ປະ​​ກັບ​ຄະນະ​
ຜູ້​ແທນ​ສະມາຄົມ​ບັນດາ​ນັກຮົບ​ປະຕິວັດ​ຖື​ດສັດຕູ​ຈັບ​​ຂັງ
(ພາບ: TTXVN)

(vovworld) ​ ​ໃນ​ຕອນ​ເຊົ້າ​ວັນ​ທີ 02/12, ຢູ່​ສຳ​ນັກ​ງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ມີ​ການ​ພົບ​ປະ​ສັງ​ສັນ​ກັບ​ຄະນະ​ຜູ້​ແທນ​ສະມາຄົມ​ບັນດາ​ນັກຮົບ​ປະຕິວັດ​ຖື​ດສັດຕູ​ຈັບ​​ຂັງ ​ເນື່ອງ​ໃນ​ໂອກາດ​ກັບ​ມາ​ນະຄອນຫລວງ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ຕິດຕໍ່ສື່ສານທົ່ວ​ປະ​ເທດ​ນັກຮົບ​ປະຕິວັດ​ຖືກ​ສັດຕູ​ຈັບ​​ຂັງ ​ແລະ ຢ້ຽມຢາມ​ບາ​ງປູຊະນີຍະ​ຖານ​ປະຫວັດສາດ​ປະຕິວັດ​. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ຄຸນງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ຂອງ​ນັກຮົບ​ປະຕິວັດ​ຮັກ​ຊາດ ​​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ປາດ​ຖະໜາ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ອີກ​ຄັ້ງ​ໜຶ່ງວ່າ ບັນດາ​ສະຫາຍ​ປະກອບ​ກຳລັງ ​ເພື່ອ​ປົກ​ປັກ​ຮັກສາ​ພັກ, ກໍ່ສ້າງ​ພັກ. ສ່ວນ​ອັນ​ໃດ ພັກ​ຄວນ​ປ່ຽນ​ໃໝ່ ຈຶ່ງ​ປ່ຽນ​ໃໝ່, ສ່ວນອັນ​ໃດ​ຖືກ​ແລ້ວ, ມີ​ລັກສະນະ​ຫລັກ​ຖານ, ຫລັກ​ການ ​ແມ່ນຕ້ອງ​ປົກ​ປັກ​ຮັກສາ”

        ທ່ານ​ປະທານ​ປະ​ເທດສະ​ເໜີ​ຄະນະ​ຕິດຕໍ່ສື່ສານອະ​ດີດນັກ​ໂທດກ​ປະຕິວັດ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ເປັນ​ເສນາ​ທິການ ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ຕິດ​ຂັດ ​ແລະ ນຳສະ​ເໜີ​ກົນ​ໄກ​ນະ​ໂຍບາຍ​ໃໝ່​ທີ່​ເໝາ​ສົມ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ຕອບ​ບຸນ​ແທນ​ຄຸນ​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ ບັນດາ​ອະ​ດີດນັກ​ໂທດ​ປະຕິວັດ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສະຫງ່າ​ລາສີ, ​​ໂດຍ​ອີງ​ຕາມ​ຄວາມ​ສາມາດ​ຂອງ​ຕົນ ສືບ​ຕໍ່​ປະກອບສ່ວນ​ໃຫ້​ສັງ​ຄົມ.

ຂ່າວ/ບົດ​ອື່ນ