ປະທານປະເທດເຈືອງເຕີນຊາງພົບປະເຈລະຈາກັບປະທານາທິບໍດີຕານຊານີ

ປະທານປະເທດເຈືອງເຕີນຊາງພົບປະເຈລະຈາກັບປະທານາທິບໍດີຕານຊານີ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ແລະ ​ທ່ານ​ປະທານາທິບໍດີ John Magufuli

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ John Magufuli, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ Dodoma ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດປະ​ເທດ​ສາທາລະນະ​ລັດ ​ເອກະ​ພາບ ຕານ​ຊາ​ນີ ​ແຕ່​ວັນ​ທີ 9 – 11/3. ຕອນ​ເຊົ້າ​ວັນ​ທີ 9/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ John Magufuli ​​ໄດ້​ເຈລະຈານຳ​ກັນ ​ແລະ ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ສຳຄັນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ, ພ້ອມ​ທັງ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທີ່​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ປະ​ເທດ  ອາບຟຣີກາ, ພິ​ເສດ​ແມ່ນ​ກັບ ຕານ​ຊາ​ນີ, ປະ​ເທດ​ທີ່​ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ ຫວຽດນາມ ​ໃນ​ໄລຍະ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​​ເອກະ​ພາບ​​ເມື່ອກ່ອນ​ນີ້ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ, ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນຕັ້ງ​ໜ້າ​ຂອງ ຕານ​ຊາ​ນີ ​ໃຫ້​ແກ່​​ສັນຕິພາບ, ສະຖຽນລະ​ພາບ, ຄວາມ​ສຳພັນ​ຮ່ວມ​ມື​ໃນ​​ປະຊາ​ຄົມພັດທະນາ​ຢູ່​ເຂດ​ອາບຟຣີກາ ​ໃຕ້, ປະຊາ​ຄົມ​ເສດຖະກິດ​ເຂດ ອາບຟຣີກາ ຕາ​ເວັນ​ອອກ ​ແລະ ​ໃນ​ທົ່ວ​ທະວີບ.

        ກ່ຽວ​ກັບ​ດ້ານ​ການ​ຄ້າ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ຫຼາຍ​ມາດ​ຕະການ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່​ມຊ້ອນຂອງ 2 ປະ​ເທດ. ທ່ານ​ປະທານ​ປ​ະ​ເທດ ​ເຈືອງ​ເຕີນ​ຊາງ ກໍ່​ຫວັງ​ວ່າ: ຕານ​ຊາ​ນີ ສ້າງ​ເງື່ອນ​ໄຂ​ສະດວ​ກ​ໃຫ້​ແກ່​ສິນຄ້າ ຫວຽດນາມ ​ແຊກ​ຊຶມ​ເຂົ້າ​ຕະຫຼາດ ຕານ​ຊາ​ນີ ​ແລະ ບັນດາ​ປະ​ເທດ ອາບ​ຟຣີກາ ຕາ​ເວັນ​ອອກ, ປະຊາ​ຄົມ​ພັດທະນາ ອາບຟຣີກາ ​ໃຕ້, ສູ້​ຊົນ​ຮອດ​ປີ 2020 ບັນລຸ​ວົງ​ເງິນ​ການ​ຄ້າ 1 ຕື້ USD. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ​ວ່າ:

        “2 ຝ່າຍ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ​ຮັກສາ​​ກົນ​ໄກ​ປະຊຸມ​ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ເພື່ອ​ທົບ​ທວນຄືນ ກໍ​ຄື​ປຶກສາ​ຫາລື​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ການ​ຮ່ວມ​ມື​ຂອງ 2 ຝ່າຍ​ຢ່າງ​ແຮງ. ທັງ 2 ຝ່າຍ​ເຫັນດີ​ເປັນ​ເອກະ​ພາບ​ກັນ​ຖື​ວ່າ: ທ່າ​ອ່ຽງສັນຕິພາບ, ສະຖຽນ​ລະ​ພາບ​ຍັງ​ແມ່ນ​ທ່າ​ອ່ຽງຕົ້ນຕໍ, ບັນດາ​ປະ​ເທດ​ຕ້ອງ​ມານະ​ພະຍາຍາມ​ປະກອບສ່ວນ​​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ.”

        ທ່ານ​ປະທານາ​ທິບໍດີ ຕານ​ຊາ​ນີ John Magufuli ​ປາດ​ຖະໜາ​ຢາກ​ໃຫ້ ຫວຽດນາມ ລົງ​ທຶນ​ໂດຍ​ກົງ, ຮ່ວມ​ທຸລະ​ກິດ ຫຼື ​ແບ່ງປັນ​ບົດຮຽນ, ​ເຕັກນິກ​ໃຫ້ ຕານ​ຊາ​ນີ ​ໃນ​ຂົງ​​ເຂ​ດຕ່າງໆ…

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຊື້ອ​ເຊີນ​ທ່ານ​ປະທານາທິບໍດີ ຕານ​ຊາ​ນີ ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ໄວໆ​ນີ້. ທ່ານ John Magufuli ຂອບ​ໃຈ ​ແລະ ຮັບ​ຄຳ​ເຊີນ.

                                                       

 


ຂ່າວ/ບົດ​ອື່ນ