ປະທານປະເທດເຈືອງເຕີນຊາງພົບປະເຈລະຈາກັບພະຄາດີນັນອີຣານ Ali Khamenei

ປະທານປະເທດເຈືອງເຕີນຊາງພົບປະເຈລະຈາກັບພະຄາດີນັນອີຣານ Ali Khamenei - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ
ພົບປະເຈລະຈາກັບພະຄາດີນັນອີຣານ Ali Khamenei
(ພາບ: TTXVN)


(vovworld) –​ ​ ວັນ​ທີ 15/03, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນ​າມ ເດີນ​ທາງ​ອອກ​ຈາກ​ເຕ​ເຮ​ຣານ, ກັບ​ມ​າ​ຮ່າ​ໂນ້ຍ, ສິ້​ນ​ສຸດ​ການ​ຢ້ຽມ​ຢາມ​ປະ​ເທດ​ສ.ອິ​ດ​ສະ​ລາມ ອີ​ຣານ ຢ່າງ​ດີ​ງາມ. ກ່ອນ​ໜ້ານັ້ນ, ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​​ພະ​ຄາ​ດີ​ນັນ​ອີ​ຣານ Ali Khamenei, ໃນ​ວັນ​ທີ 15/03, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽ​ນ​ກັບ​ອີ​ຣານ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ, ພັດ​ທະ​ນາ ແລະ ປາດ​ຖະ​ໜາ​ພ້ອມ​ກັບ​ອີ​ຣານ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ. ທ່ານ​ປະ​ທານ​ປະ​ເທດ ​ກໍ່ໄດ້​ແຈ້ງ​ໃຫ້ ພະ​ຄາ​ດີ​ນັນ​ອີ​ຣານ Ali Khamenei ຊາ​ບ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani, ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ, ​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືຶອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ… ສະ​ເໜີ​ອີ​ຣານ ສືບ​ຕໍ່​ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້​ອນ​ໃນ​ນະ​ໂຍ​ບາຍ “ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກຂອງ​ຕົນ”. ທ່ານ​ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ຫວັງ​ວ່າ, ດ້ວຍ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຕົນ, ພະ​ຄາ​ດີ​ນັນ​ອີ​ຣານ Ali Khamenei ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ ​ແລະ ແທ​ຈິງ ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ​ຢ່າງ, ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ​.

      ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ​ການ​ນຳ 2 ທ່ານ​ຍັງ​ໄດ້​ແລກ​ປ່ຽນ​ຫຼາຍ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ 2 ປະ​ເທດ, ບັນ​ຫາພາກ​ພື້ນ ແລະ ສາ​ກົນ​ອີກ.

ຂ່າວ/ບົດ​ອື່ນ