ປະທານປະເທດເຈືອງເຕີນຊາງມອບນາມມະຍົດວິລະຊົນແຮງງານໃຫ້ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາຟ້ານໂບ້ຍເຈົາ

ປະທານປະເທດເຈືອງເຕີນຊາງມອບນາມມະຍົດວິລະຊົນແຮງງານໃຫ້ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາຟ້ານໂບ້ຍເຈົາ - ảnh 1
ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໃຫ້​ແກ່​ໂຮງຮຽນ

(vovworld) – ວັນ​ທີ 23/3, ຢູ່​ນະຄອນ ວີ​ງ, ​ແຂວງ ​​ເງ້​ອານ, ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ລະບົບ​ລົງ​ເລິກ​ວິຊາ, 40 ປີ​ແຫ່ງ​ວັນສ້າງ​ຕັ້ງ ໂຮງ​ຮຽນມັດທະຍົມ​ຕອນ​ປາ​ຍລົງ​ເລິກ​ວິຊາ​ ຟ້າ​ນ​ໂບ້ຍ​ເຈົາ ​ແລະ ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໃຫ້​ແກ່​ໂຮງຮຽນ. ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ຖັນ​ແຖວ​ພະນັກງານໂຮງ​ຮຽນມັດທະຍົມ​ຕອນ​ປາ​ຍລົງ​ເລິກ​ວິຊາ​ ຟ້າ​ນ​ໂບ້ຍ​ເຈົາ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ໂຮງ​ຮຽນມັດທະຍົມ​ຕອນ​ປາ​ຍລົງ​ເລິກ​ວິຊາ​ ຟ້າ​ນ​ໂບ້ຍ​ເຈົາ ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ບົດຮຽນ ​ແລະ ຜົນງານ​ທີ່​ບັນລຸ​ໄດ້​ໃນ 40 ປີຜ່ານມາ, ສືບ​ຕໍ​ມານ​ະພະຍາຍາມ​ສຸ້ຊົນ​ແຂ່ງຂັນ​ສອນ​ດີ, ຮຽນ​​ເກັ່ງ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຢ່າງຮອບດ້ານ, ​ນຳ​ໜ້າ​ໃນ​ການ​ປະຕິບັດ​ການ​ປ່ຽນ​ໃໝ່​ການ​ສຶກສາ​ບຳລຸງ​ສ້າງ​ໂດຍພື້ນຖານ, ຮອບດ້ານ​, ຍາມ​ໃດ​ກໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຄັນ​ທຸງ​ນຳ​ໜ້າ​ໃນ​ຂະ​ແໜງ​ສຶກສາ​ແຂວງ ​​​ເງ້ອານ ​ແລະ ທົ່ວ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ແຂວງ ​ເງ້ອານ ສືບ​ຕໍ່​ຊີ້​ນຳ ​ແລະ ໜູນ​ຊ່ວຍ​ເພື່ອ​ໃຫ້​ໂຮງຮຽນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ, ປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາ​​ດ​ໃຫ້​​ແກ່​​ແຂວງ ​ແລະ ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ: ໂຮງ​ຮຽນມັດທະຍົມ​ຕອນ​ປາ​ຍລົງ​ເລິກ​ວິຊາ​ ຟ້າ​ນ​ໂບ້ຍ​ເຈົາ ​ຈະ​ສົມ​ເປັນ​ໂຮງຮຽນ​ລົງ​ເລິກ​ວິຊາ​ໃນ​ບ້ານ​ເກີ​ດ​ເມືອງ​ນອນ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ແມ່ນ​​ແຫ່ງ​ບຳລຸງ​ສ້າງ​ທີ່ມີ​ຄຸນ​ນະພາ​ບສູງ​ຂອງ​ຂະ​ແໜງ​ສຶກສາ - ບຳລຸງ​ສ້າງ ​ເງ້ອານ ​ແລະ ທົ່ວ​ປ​ະ​ເທດ.

ຂ່າວ/ບົດ​ອື່ນ