ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມກອງພົນໃຫຍ່1ແລະຄະນະບັນຊາການທະຫານແຂວງນີງບີງ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມກອງພົນໃຫຍ່1ແລະຄະນະບັນຊາການທະຫານແຂວງນີງບີງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ຢ້ຽມຢາມ ​ແລະ ​
ເຮັດ​ວຽກກັບ​ພະນັກງານ, ນັກ​ຮົບ​ກອງ​ພົນ​ໃຫຍ່ 1)

(vovworld) -  ຕອນ​ເຊົ້າ​ວັນ​ທີ 20/03, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກກັບ​ພະນັກງານ, ນັກ​ຮົບ​ກອງ​ພົນ​ໃຫຍ່ 1 ​ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ ນີງບີ​ງ. ​​ເມື່ອໂອ້​ລົມ​ກັບ​ພະນັກງານ​, ນັກຮົບ​ກອງ​ພົນ​ໃຫຍ່ 1, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ກອງ​ພົນ​ໃຫຍ່​ເສີມ​ຂະຫຍາຍ​ວຽກ​ງານກໍ່​ສ້າງ​ພັກ​ກ່ວາ​ອີກ; ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ເປັນ​ຢ່າງ​ດີ ​ເພື່ອ​​ໃຫ້ພັກ ​ແລະ ກອງທັບຍາມ​ໃດ​ກໍ່​ຢູ່​ໃນ​ຈິດ​ໃຈ​ຂອງ​ປະຊາຊົນ​ຕະຫລອດ​ໄປ

        ​ເມື່ອ​ຢ້ຽມຢາມ​ກອງ​ບັນ​ຊາ​ການ​ແຂວງ ນີງບີ​ງ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ​ແຂວງ ນີງບີ​ງ ມີ​ທີ່​ຕັ້ງ​ສຳຄັນ​​​ແມ່ນ​ຕັ້ງ​ຢູ່​ທິດ​ໃຕ້​ແມ່​ນ້ຳ​​ແດງ, ​ເປັນປະຕູ​ເຂົ້າ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ​ດັ່ງ​ນັ້ນ ​ແຂວງ​ຄວນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ​ໄປຄູ່​ຄຽງ​ກັນ​ກັບ​ວຽກ​ງານ​ຝຶກ​ອົບຮົມຄວນ​ປະຕິບັດ​​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃຫ້​ດີ. ​ໃນຖານະ​ແມ່ນ​ກຳລັງ​ທະຫານ​ທ້ອງ​ຖິ່ນ. ທ່ານ​ປະທານ​ປະ​ເທດ​ຮຽກຮ້ອງ​ກອງ​ບັນຊາ​ການ​ທະຫານ​ຄວນ​ໄຈ​້​ແຍກ, ຕີ​ລາຄາເປັນ​ປະຈຳ, ​ເປັນ​ເສນາ​ທິການ​ຢ່າງຖືກຕ້ອງ, ທັ​ນການ, ຊັດ​ເຈນ​ໃຫ້​ຂັ້ນ​ຄະນະ​ພັກ, ອຳນາດ​ການ​ປົກຄອງທ້ອງ​ຖິ່ນ; ກໍ່ສ້າງ​ກຳລັງ​ທ້ອງ​ຖິ່ນ​​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ ​ແລະ ​ສ້າງເຂດ​ປ້ອງ​ກັນຢ່າງໝັ້ນຄົງ ຮັບປະກັນ​​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​​ແມ່ນກໍ່​ສ້າງ ​ແລ​ະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ