ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມທາງລັດຖະກິດປະເທດຕານຊານີ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມທາງລັດຖະກິດປະເທດຕານຊານີ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ
ຮອດ​ສະໜາມ​ບິນ​ສາກົນ Julius Nyerere)

(vovworld) – ​    ​ ຮຸ່ງ​ເຊົ້າ​ວັນ​ທີ 09/03 ຕາມ​ເວລາ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ຮອດ​ສະໜາມ​ບິນ​ສາກົນ Julius Nyerere ຢູ່​ນະຄອນ Dar Es Salaam, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ປະ​ເທດ​ສາທາລະ​ນະ​ລັດ​ເອກະ​ພາບ ຕານ​ຊາ​ນີ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Jonh Magufuli. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມເລິ​ກເຊິ່ງກ່ວາ​ອີກ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ​​.

        ທີ່​ການ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະນະ​ຜູ້​ແທນ ຫວຽດນາມ ຢູ່ ສະໜາມ​ບິນ​ມີ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຮ່ວມ​ມື​ສາກົນ, ພາກ​ພື້ນ ​ແລະ ອາ​ຟຣີກາ​ຕາ​ເວັນ​ອອກ​ພ້ອມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຕານ​ຊາ​ນີ; ທ່ານ ຫວໍ​ແທ່ງ​ນາມ ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ຕານ​ຊາ​ນີ ​ແລະ ພະນັກງານ​ສະຖານທູດ, ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ປະຕິບັດ​ງານ​ຢູ່ ຕານ​ຊາ​ນີ.

        ພິທີ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢູ່​ສະໜາ​ມບິນ​ໄດ້​ປະຕິບັດ​ ຢ່າງສົມ​ກຽດຕາມພິທີການ​ທູດ​ທີ່​ສະຫງວນ​ໃຫ້​ປະມຸກ​ລັດ​.

        ຄາດ​ຄະ​ເນ​ວ່າ ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຕານ​ຊາ​ນີ ​ໃນ​ລະຫວ່າງ​ວັນ​ທີ 09 – 11/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຈະ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ ຕານ​ຊາ​ນີ, ຕ້ອນຮັບ​ການ​ນຳ​ສະພາ​ແຫ່ງ​ຊາດ ຕານ​ຊາ​ນີ, ພັກ​ປະຕິວັດ ຕານ​ຊາ​ນີ (CCM). ທີ່​ການ​ພົບ​ປະ, ການ​ນຳ 2 ຝ່າຍ​ຈະ​ແລກປ່ຽນ​ບັນດາ​ມາດຕະການ​ຢ່າງ​ແທດ​ຈິງ ​ແລະ ລະອຽດ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ ຫວຽດນາມ ​ແລະ ຕານ​ຊາ​ນີ, ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ກະສິກຳ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ໂທລະ​ຄົມມະນາຄົມ, ການ​ທ່ອງ​ທ່ຽວ, ການ​ເງິນ, ທະນາຄານ, ລົບລ້າງ​ຄວາມ​ອຶດຫິວຫລຸດຜ່ອນ​ຄວາມທຸກ​ຍາກ…ພ້ອມ​ທັງ​ແລກປ່ຽນ​​ບາງ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​​ກໍ່ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ຕານ​ຊາ​ນີ, ຢ້ຽມຢາມ​ສຳນັກງານ​ຮ່ວມ​ທຸລະ​ກິດ Halotel, ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຕານ​ຊາ​ນີ.

 

ຂ່າວ/ບົດ​ອື່ນ