ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມທາງລັດຖະກິດສາທາລະນະລັດສະຫະພັນເຢຍລະມັນ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມທາງລັດຖະກິດສາທາລະນະລັດສະຫະພັນເຢຍລະມັນ - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ)

(vovworld) –  ​ ​ ຕອນ​ເຊົ້າ​ວັນ​ທີ 24/11, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາພ້ອມດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ອອກ​ຈາກ ຮ່າ​ໂນ້ຍ ​ເດີນທາງ​​ໄປຢ້ຽມຢາມ​ທາງ​ລັດຖະກິດ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Joachim Gauck ​ໃນ​ລະຫວ່າງ​ວັນ​ທີ 24 – 26/11. ນີ້​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຄັ້ງ​ທຳ​ອິດ​ຂອງ​ປະທານ​ປະ​ເທດ ສສ ຫວຽດນາມ ​ເຖິງ​ປະ​ເທດ ​ເຢຍລະ​ມັນ ​ເອກະ​ພາບ ​ແລະ ຖືກ​ດຳ​ເນີນກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງກາ​ນພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (1975 - 2015). ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເຖິງ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ​ເພື່ອ​ແນ​ໃສ່​ສ້າງກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສະຫະພັນ ​ເຢຍລະ​ມັນ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ, ​ແທດ​ຈິງ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

       

 

 

ຂ່າວ/ບົດ​ອື່ນ