ປະທານປະເທດເຈືອງເຕີນຊາງຢ້ຽມຢາມມະຫາວິທະຍາໄລດຳເນີນທຸລະກິດແລະເຕັກໂນໂລຊີຮ່າໂນ້ຍ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມມະຫາວິທະຍາໄລດຳເນີນທຸລະກິດແລະເຕັກໂນໂລຊີຮ່າໂນ້ຍ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມ
ມະຫາວິທະຍາໄລດຳເນີນທຸລະກິດແລະເຕັກໂນໂລຊີຮ່າໂນ້ຍ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 25/03, ທ່​ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ​້​ລົງ​ຢ້ຽມ​ຢາມ​ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ດຳ​ເນີນ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊ​ີ​ຮ່າ​ໂນ້ຍ. ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ, ​ຍາມ​ໃດພັກ ແລະ ລັດ​ກໍ​ຖື​ການ​ພັດ​ທະ​ນາ​ການ​ສຶກ​ສາ ແລະ ກໍ່​ສ້າງ​ແມ່ນໜ້າ​ທີ່​ອັນ​ດັບ​ໜຶ່ງ. ທ່ານ​ປະ​ທານ​ປະ​ເທດ ສະ​ໜີ​ໃຫ​້​ຄະ​ນະອຳ​ນວຍ​ການ​ໂຮງ​ຮ​ຽນ, ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​​ຫຼັກ​ສູດ, ເນື້ອ​ໃນ​​ການສອນ ແລະ ຮ່ຳ​ຮຽນ​​ໃຫ້​ດີກວ່າ​ອີກ, ສູ້​ຊົນ​ນຳ​ມະ​ຫາ​ວິ​ທະ​ຍາ​ໄລ​ດຳ​ເນີນ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ລີ​ຮ່າ​ໂນ້ຍ ໃຫ​້​ກາຍ​ເປັນ​ຮາກ​ຖານ​ບຳ​ລຸງ​ສ້າງ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ມີ​ລັກ​ສະ​ນະ​ແຫ່ງ​ຊາດ ແລະ ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ